ກຳປັ່ນໝາຍເລກ 263 ອອກຈາກທ່າກຳປັ່ນ Sihanoukville, ສິ້ນສຸດການຢ້ຽມຢາມ ແລະແລກປ່ຽນຢູ່ກຳປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 29 ກັນຍາ, ກຳປັ່ນໝາຍເລກ 263 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂດ 5 ນໍາໂດຍທ່ານພັນເອກພິເສດ ຈິງຊວນຕຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຮືອເຂດ 5 ໄດ້ອອກຈາກທ່າກຳປັ່ນ Sihanoukville, ແຂວງ Preah Sihanouk (ປະເທດກໍາປູເຈຍ), ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອ ລາດຊະວົງກຳປູເຈຍ ຢ່າງຈົບງາມ.
ໃນເວລາເຮັດວຽກ 4 ວັນ, ຄະນະຜູ້ແທນທະຫານເຮືອເຂດ 5 ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສໍານັກບັນຊາແນວໜ້າ, ກອງບັນຊາການປ້ອງກັນເກາະ-ຝັ່ງທະເລ ແລະ ຖານທັບທະເລ Ream, ທະຫານເຮືອ ລາດຊະວົງກຳປູເຈຍ.
    |
 |
ກຳປັ່ນໝາຍເລກ 263 ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອ ເຂດ 5 ເຂົ້າທຽບທ່າກໍາປັ່ນ Sihanoukville. ພາບ: ວັນດິ້ງ |
ຢູ່ບ່ອນທີ່ຄະນະໄປຢ້ຽມຢາມນັ້ນ, ຄະນະໄດ້ດຳເນີນການພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການໃນການປະຕິບັດໜ້າທີ່ວຽກງານ ແລະສົມທົບກັບບັນດາກົມກອງຂອງທະຫານເຮືອກໍາປູເຈຍ ເພື່ອຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາກາຍຍະກໍາ.
    |
 |
ຄະນະປະຕິບັດງານ ຢ້ຽມຢາມສໍານັກບັນຊາແນວໜ້າ, ກອງບັນຊາການປ້ອງກັນເກາະ-ຝັ່ງທະເລ. ພາບ: ວັນດິ້ງ |
ການຢ້ຽມຢາມຂອງຄະນະ ໄດ້ຮັບການຕີລາຄາຈາກສອງຝ່າຍວ່າແມ່ນມີຄວາມໝາຍຫຼາຍດ້ານ, ເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງທະຫານເຮືອສອງປະເທດ ເລິກເຊິ່ງຂຶ້ນຕື່ມ. ຜ່ານນັ້ນ, ປະກອບສ່ວນຮັກສາສັນຕິພາບ ແລະສະຖຽນລະພາບຢູ່ເຂດທະເລທີ່ຕິດຈອດກັນ ແລະເຂດນ່ານນ້ຳປະຫວັດສາດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.
    |
 |
ຄະນະປະຕິບັດງານ ຖະຫວາຍທູບທຽນ ແລະດອກໄມ້ທີ່ອະນຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ. ພາບ: ວັນດິ້ງ |
ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານທະຫານເຮືອເຂດ 5 ໄດ້ເຂົ້າຢ້ຽມຂ່ຳນັບສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງ Preah Sihanouk; ໄປວາງພວງມາລາ ແລະຖະຫວາຍທູບທຽນຢູ່ອະນຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ ເພື່ອສະແດງຄວາມຮູ້ບຸນຄຸນ ແລະອາໄລຫາບັນດານັກຮົບອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້ໂຄ່ນລົ້ມລະບອບປອນປົດ, ຊ່ວຍເຫຼືອປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກການດັບສູນເຊື້ອຊາດ.
ໂດຍ: ທູຈາງ