ເຂົ້າຮ່ວມກອງປະຊຸມ IPACC-13  ລວມມີ ການນໍາທະຫານບົກ 30 ປະເທດ. ກອງປະຊຸມຄັ້ງນີ້ໄດ້ຮັບການຕີລາຄາວ່າ ມີຂອບຂະໜາດໃຫຍ່ທີ່ສຸດນັບຕັ້ງແຕ່ຄັ້ງທໍາອິດ ທີ່ໄດ້ຈັດຕັ້ງໃນປີ 1997.

leftcenterrightdel
ພົນຕີ ຫງວຽນຢວ້ານແອັງ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານບົກມະຫາສະໝຸດອິນເດຍ-ປາຊີຟິກ ຄັ້ງທີ 13. ພາບ: qdnd.vn

ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມ IPACC-13 ດ້ວຍຫົວຂໍ້ “ພ້ອມກັນເພື່ອສັນຕິພາບ: ຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ”. ເນື້ອໃນຂອງກອງປະຊຸມ ໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້ຫຼັກ: ບົດບາດຂອງການທູດທະຫານ ໃນການຫຼຸດຜ່ອນຄວາມສ່ຽງເກີດວິກິດການ; ເພີ່ມທະວີຄວາມສາມາດສົມທົບ ແລະປະສານງານກັນຜ່ານການຝຶກແອບ; ຄວາມຮຽກຮ້ອງກ່ຽວກັບຄວາມສາມາດກຸ້ມຕົນເອງ, ເປັນເຈົ້າຕົນເອງສໍາລັບທະຫານບົກ ທີ່ທັນສະໄໝ.

leftcenterrightdel
 
leftcenterrightdel
ຢູ່ນອກກອງປະຊຸມ, ພົນຕີ ຫງວຽນຢວ້ານແອັງ ໄດ້ພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນບັນດາປະເທດ. ພາບ: qdnd.vn

ຢູ່ນອກກອງປະຊຸມ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນບັນດາປະເທດ: ອາເມລິກາ, ອິນເດຍ ແລະນິວຊີແລນ ເພື່ອປຶກສາຫາລືມາດຕະການແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດ ສອງຝ່າຍເວົ້າລວມ, ການຮ່ວມມືທະຫານບົກເວົ້າສະເພາະ ແລະເຂົ້າຮ່ວມງານວາງສະແດງອຸປະກອນທະຫານບົກ ໂດຍອິນເດຍ ຜະລິດ.

ໃນຂອບເຂດກອງປະຊຸມ, ຄະນະ ໄດ້ວາງພວງມາລາ ຢູ່ອະນຸສາວະລີ ປະທານໂຮ່ຈີມິນ ແລະອະນຸສາວະລີສົງຄາມແຫ່ງຊາດ ຢູ່ນະຄອນຫຼວງ New Delhi.

ໂດຍ: ໄຊຊະນະ