leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຟານກວຽດຖັ໊ງ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ທ໊າຍງວຽນ ໃຫ້ຮູ້ວ່າ: ກອງບັນຊາການທະຫານແຂວງທ໊າຍງວຽນ ມີຄວາມດີໃຈທີ່ໄດ້ຕ້ອນຮັບພະນັກງານໜັງສືພິມກອງທັບປະຊາຊົນລາວ ມາຢ້ຽມຢາມ, ແລກປ່ຽນບົດຮຽນປະສົບການ ກ່ຽວກັບວຽກງານກໍ່ສ້າງອົງຄະນະພັກ ຂອງກອງບັນຊາການທະຫານແຂວງ ທ໊າຍງວຽນ.

ໃນເວລາຢ້ຽມຢາມ, ແລກປ່ຽນບົດຮຽນປະສົບການຢູ່ກອງບັນຊາການທະຫານແຂວງ ທ໊າຍງວຽນ, ສະຫາຍພັນເອກພິເສດ ຟານກວຽດຖັ໊ງ ຫວັງວ່າ ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຈະໄດ້ຮັບເອົາຄວາມຮູ້ ແລະປະສົບການທີ່ເປັນປະໂຫຍດ ແລະມີຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ ແລະຊາວຫວຽດນາມ.

leftcenterrightdel
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ຕາງໜ້າໃຫ້ຄະນະ, ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ, ແລກປ່ຽນປະສົບການ ແລະສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ຮອບຄອບຖີ່ຖ້ວນຂອງການນຳກອງບັນຊາການທະຫານແຂວງ ທ໊າຍງວຽນ ແລະບັນດາອົງການ, ກົມກອງ; ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມ ແລະການມາທັດສະນະສຶກສາຄັ້ງນີ້ ສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ, ປະກອບສ່ວນຮັດແໜ້ນສາຍພົວພັນອັນສະໜິດສະໜົມລະຫວ່າງສອງປະເທດຫວຽດນາມ - ລາວ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn
leftcenterrightdel
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ແລະຄະນະພະນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ  ທີ່ການເຮັດວຽກ. ພາບ: qdnd.vn

ຕອນບ່າຍວັນດຽວກັນ, ຄະນະຍັງໄດ້ມີການເຄື່ອນໄຫວແລກປ່ຽນບົດຮຽນກ່ຽວກັບວຽກງານໂຄສະນາ ກັບໜັງສືພິມທະຫານເຂດ 1, ທີ່ການເຮັດວຽກ, ສະຫາຍພັນເອກພິເສດ ໂງຮົ່ງຖ໊າຍ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 1 ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຈຸດພົ້ນເດັ່ນດ້ານປະຫວັດສາດ, ພາລະໜ້າທີ່ ແລະແລກປ່ຽນບົດຮຽນໃນວຽກງານໂຄສະນາຂອງໜັງສືພິມທະຫານເຂດ 1.

leftcenterrightdel
ການນໍາທະຫານເຂດ 1 ມອບຂອງຂວັນໃຫ້ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ບັນດາສະມາຊິກໃນຄະນະ ແລກປ່ຽນບົດຮຽນກ່ຽວກັບວຽກງານສື່ມວນຊົນ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ສ່ວນສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ແບ່ງປັນວ່າ: ການຢ້ຽມຢາມ ແລະຊອກຮູ້ພຶດຕິກຳຕົວຈິງກັບໜັງສືພິມທະຫານເຂດ 1 ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນປະສົບການໃນການຜັນຂະຫຍາຍມາດຕະການໂຄສະນາເຜີຍແຜ່ລະຫວ່າງສອງອົງການສື່ມວນຊົນຂອງກອງທັບສອງປະເທດ ໃຫ້ນັບມື້ນັບມີປະສິດທິຜົນ, ປະກອບສ່ວນເສີມຂະຫຍາຍ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ໂດຍ: ທູຈາງ