ນາຍທະຫານໜຸ່ມ ຫວຽດນາມ-ສິງກະໂປ ພົບປະແລກປ່ຽນ
ກປ.ອອນໄລ - ຕອນບ່າຍວັນທີ 28 ກັນຍາ, ຢູ່ນະຄອນດ່ານັ້ງ ໄດ້ດໍາເນີນການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະນາຍທະຫານໜຸ່ມກໍາລັງປະກອບອາວຸດ ສາທາລະນະລັດ ສິງກະໂປ. ທ່ານພັນເອກພິເສດ ເຈີ່ນວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ແລະ ທ່ານພັນເອກ Bernard Ng Yu Long, ທີ່ປຶກສາທູດປ້ອງກັນຊາດສິງກະໂປ ປະຈໍາ ຫວຽດນາມ ໄດ້ເປັນປະທານການພົບປະດັ່ງກ່າວ.
    |
 |
ບັນຍາກາດທີ່ການພົບປະແລກປ່ຽນ. ພາບ: qdnd.vn |
ປີນີ້ແມ່ນປີທີ 9 ທີ່ກະຊວງປ້ອງກັນປະເທດສອງປະເທດ ເຫັນດີເປັນເອກະພາບອະນຸຍາດໃຫ້ກອງທັບສອງປະເທດຜັດປ່ຽນກັນຈັດຕັ້ງການພົບປະແລກປ່ຽນນາຍທະຫານໜຸ່ມປະຈໍາປີ. ລາຍການໄດ້ປະກອບສ່ວນປັບປຸງ ແລະຢືນຢັນຄວາມຕັດສິນໃຈຂອງນາຍທະຫານໜຸ່ມໃນການ ຮັກສາ ແລະພັດທະນາສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະສິງກະໂປ; ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຂອງກອງທັບສອງປະເທດ.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນນາຍທະຫານໜຸ່ມຂອງສອງຝ່າຍ ໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນ, ປະສົບການໃນຂົງເຂດວິຊາສະເພາະ ແລະການເຄື່ອນໄຫວສຶກສາຮ່ຳຮຽນ ແລະການເຮັດວຽກຂອງກອງທັບແຕ່ລະປະເທດ. ບັນດາຜູ້ແທນກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການສຶກສາ ແລະໂຄສະນາໃຫ້ຖັນແຖວນາຍທະຫານໜຸ່ມ ແລະປະຊາຊົນສອງປະເທດ ກ່ຽວກັບປະຫວັດສາດ ແລະຄວາມໝາຍຂອງການພົວພັນ ຫວຽດນາມ - ສິງກະໂປ, ຄວາມສໍາຄັນຂອງເລື່ອງເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃນສະພາບການໃໝ່; ແບ່ງປັນຂໍ້ມູນຂ່າວສານເປັນປະຈໍາ, ປະຕິເສດ, ຕໍ່ສູ້ເພື່ອເຮັດໃຫ້ທຸກກົນອຸບາຍເລ່ລ່ຽມຕ້ານ ແລະທໍາລາຍຂອງອິດທິກໍາລັງປໍລະປັກທີ່ຫວັງແບ່ງແຍກສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບຖືກປະລາໄຊຢ່າງທັນທີ. ນອກຈາກນັ້ນ, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນນາຍທະຫານໜຸ່ມລະຫວ່າງກອງທັບສອງປະເທດ, ນໍາການເຄື່ອນໄຫວດັ່ງກ່າວນີ້ໃຫ້ຂຶ້ນສູ່ລະດັບສູງໃໝ່ ຢ່າງແທ້ຈິງ ແລະມີປະສິດທິຜົນ...
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະນາຍທະຫານໜຸ່ມກໍາລັງປະກອບອາວຸດສິງກະໂປ ໄດ້ໄປຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການຕໍາຫຼວດທະເລ ເຂດ 2.
ໂດຍ: ທູຈາງ