ໃນຊຸມປີຜ່ານມາ, ຄະນະພັກ ແລະກອງບັນຊາການທະຫານເຂດ 3 ຍາມໃດກໍ່ໄດ້ເອົາໃຈໃສ່ຊີ້ນໍາໆພາ ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ຕິດພັນກັບທ່າຮົບປະຊາຊົນປ້ອງກັນຄວາມສະຫງົບຢ່າງໝັ້ນຄົງໜັກແໜ້ນ. ໃນນັ້ນ, ຖືເອົາການກໍ່ສ້າງກໍາລັງບົ່ມຊ້ອນດ້ານການເມືອງ ແລະຈິດໃຈແມ່ນປັດໄຈຕັດສິນ, ພ້ອມທັງຊຸກຍູ້ກໍາລັງບົ່ມຊ້ອນດ້ານການທະຫານ, ເສດຖະກິດ, ວັດທະນະທຳ, ສັງຄົມ, ເປັນຕົ້ນແມ່ນກໍາລັງບົ່ມຊ້ອນດ້ານການທະຫານ. ທະຫານເຂດ 3 ໄດ້ປະຕິບັດຫຼາຍມາດຕະການເພື່ອຍົກສູງຄຸນນະພາບການຝຶກຊ້ອມ, ລະດັບການຈັດຕັ້ງການບັນຊາ ແລະການບໍລິຫານຂອງຖັນແຖວພະນັກງານ; ຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະອຸປະກອນເຕັກນິກໃນການຝຶກແອບ ແລະຝຶກຊ້ອມ.

leftcenterrightdel
ສະຫາຍພົນໂທ ທອງລອຍ ສີລິວົງ ມອບຂອງຂວັນທີ່ລະນຶກໃຫ້ທະຫານເຂດ 3. ພາບ: baoquankhu3.vn

ສະຫາຍພົນໂທ ທອງລອຍ ສີລິວົງ ສະແດງຄວາມປະທັບໃຈຕໍ່ໄລຍະ 78 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປະກອບອາວຸດທະຫານເຂດ 3. ພິເສດແມ່ນບົດຮຽນ, ປະສົບການໃນການກໍ່ສ້າງເຂດປ້ອງກັນຂອງແຂວງ, ນະຄອນໃນບໍລິເວນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ສະຫາຍພົນໂທ ທອງລອຍ ສີລິວົງ ອວຍພອນໃຫ້ກໍາລັງປະກອບອາວຸດທະຫານເຂດ 3 ຍາມໃດກໍ່ປະສົບຜົນສຳເລັດເປັນຢ່າງດີໃນໜ້າທີ່ວຽກງານ; ອວຍພອນໃຫ້ນ້ຳໃຈມິດຕະພາບ ແລະສາຍພົວພັນອັນສະໜິດຕິດແໜ້ນ, ສັດຊື່ບໍລິສຸດລະຫວ່າງປະຊາຊົນ ແລະ ກອງທັບຂອງສອງປະເທດນັບມື້ນັບພັດທະນາຍິ່ງໆຂຶ້ນ...

ໂດຍ: ທູຈາງ