ຕາມນັ້ນແລ້ວ, ທ່ານ James Gilmour ຢັ້ງຢືນວ່າ ນິວຊີແລນ ແລະຫວຽດນາມ ເຖິງວ່າຢູ່ຫ່າງໄກກັນດ້ານພູມສາດກໍ່ຕາມ, ແຕ່ມີການພົວພັນສະໜິດແໜ້ນ. ສອງປະເທດລ້ວນແຕ່ແບ່ງປັນເປົ້າໝາຍລວມກ່ຽວກັບຄວາມໝັ້ນຄົງທົ່ວໂລກ. ການຢ້ຽມຢາມຫວຽດນາມ ຂອງກຳປັ່ນທະຫານເຮືອລາດຊະວົງນິວຊີແລນ ສອງລຳບໍ່ພຽງແຕ່ສະແດງໃຫ້ເຫັນວ່າການພົວພັນສອງຝ່າຍຫວຽດນາມ-ນິວຊີແລນ ພວມພັດທະນາຢ່າງຕັ້ງໜ້າເທົ່ານັ້ນ ຫາກຍັງປະກອບສ່ວນເປີດການຮ່ວມມືໃໝ່ໃນອະນາຄົດ.

leftcenterrightdel
ທ່ານພົນຈັດຕະວາ James Gilmour,  ຜູ້ບັນຊາການທະຫານປະສົມ ນິວຊີແລນ ຕອບສຳພາດຕໍ່ສື່ມວນຊົນ. ພາບ: ທູແອັງ

ຕາມທ່ານພົນຈັດຕະວາ James Gilmour ແລ້ວ, ມີຫຼາຍຈຸດພົ້ນເດັ່ນໃນການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ນິວຊີແລນ. ເຖິງຢ່າງໃດກໍ່ຕາມ, ທຳອິດຕ້ອງເວົ້າເຖິງເລື່ອງນິວຊີແລນ ຍາມໃດກໍ່ຖືເປັນສຳຄັນ, ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ. ເດືອນກໍລະກົດ ຜ່ານມາ, ທ່ານພົນໂທ ຫງວຽນເຕີນເກືອງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການຢ້ຽມຢາມ ນິວຊີແລນ. ຫຼັງຈາກນັ້ນບໍ່ດົນ, ກຳປັ່ນສອງລຳຂອງ ນິວຊີແລນ ໄດ້ມາຢ້ຽມຢາມຫວຽດນາມ. ສິ່ງນີ້ພິສູດໃຫ້ເຫັນເລື່ອງ ນິວຊີແລນ ຖືເປັນສຳຄັນການພົວພັນກັບຫວຽດນາມ, ກໍ່ຄືຖືເປັນສຳຄັນບັນດາບາດກ້າວພັດທະນາໃນການພົວພັນຮ່ວມມືສອງຝ່າຍ. ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງຄືໃນປະຈຸບັນ, ທ່ານເນັ້ນໜັກບົດບາດ, ຄວາມສຳຄັນຂອງກົດໝາຍສາກົນ ແລະການຮ່ວມມືຫຼາຍຝ່າຍ. ທ່ານເຊື່ອໝັ້ນວ່າ ຫວຽດນາມ ແລະນິວຊີແລນ ລ້ວນແຕ່ມີຜົນປະໂຫຍດຈຳເປັນໃນການຮັບປະກັນໃຫ້ການແລກປ່ຽນການຄ້າເສລີ, ບໍ່ຖືກຂາດຕິດຂາດຕອນ. ນີ້ແມ່ນເສົາຄ້ຳສຳຄັນ ເພື່ອຮັກສາຄວາມໝັ້ນຄົງ, ວັດທະນາຖາວອນທັງສອງປະເທດ.

leftcenterrightdel
ທ່ານພົນຈັດຕະວາ James Gilmour ນໍາໜ້າກອງເຮືອທະຫານເຮືອລາດຊະວົງ ນິວຊີແລນ ຢ້ຽມຢາມສັນຖະວະໄມຕີຫວຽດນາມ. ພາບ: ຊວນເກື່ອງ

ຄຽງຂ້າງກັນນັ້ນ, ທ່ານ James Gilmour  ກໍ່ເຕື້ອງເຖິງບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຊິ່ງທ່ານຖືວ່າສອງຝ່າຍອາດສາມາດຍູ້ແຮງການຮ່ວມມືໃນໄລຍະຈະມາເຖິງ, ຄື: ບຳລຸງສ້າງພາສາອັງກິດ; ການແລກປ່ຽນລະຫວ່າງບັນດາສະຖາບັນຄົ້ນຄວ້າ, ນັກຮຽນຮູ້; ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສະຫະປະຊາຊາດ. ຜູ້ບັນຊາການທະຫານປະສົມນິວຊີແລນ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະການປະກອບສ່ວນຂອງຫວຽດນາມ ເມື່ອຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ທ່ານຖືວ່າ ນີ້ແມ່ນບັນດາການເຄື່ອນໄຫວຮຽກຮ້ອງຕ້ອງມີຄວາມມານະພະຍາຍາມກໍ່ຄືຄຳໝັ້ນສັນຍາທີ່ໃຫຍ່ຫຼວງຈາກຝ່າຍຫວຽດນາມ. ສິ່ງນີ້ພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ແບ່ງປັນກ່ຽວກັບການຢ້ຽມຢາມຫວຽດນາມ ຄັ້ງນີ້, ທ່ານຢັ້ງຢືນວ່າ ການຢ້ຽມຢາມບັນລຸໄດ້ບັນດາໝາກຜົນອັນດີງາມ, ທີ່ເກີນຄາດຫວັງ. ຜູ້ບັນຊາການທະຫານປະສົມ ນິວຊີແລນ ແບ່ງປັນວ່າ "ຂ້າພະເຈົ້າ ຮູ້ຈັກວ່າ ຫວຽດນາມ ມີຊື່ສຽງດ້ວຍຄວາມຮັກແພງແຂກຄົນ ແລະພວກຂ້າພະເຈົ້າ ຈະໄດ້ຮັບຄວາມຍິນດີຕ້ອນຮັບຢູ່ທີ່ນີ້. ນ້ຳໃຈຮັກແພງແຂກຄົນຂອງພວກເພື່ອນໃນຕະຫຼອດການໄປຢ້ຽມຢາມເຮັດໃຫ້ຂ້າພະເຈົ້າຮູ້ສຶກອົບອຸ່ນໃຈ". ເຕື້ອງເຖິງຄຳເວົ້າຂອງທ່ານພົນໂທ ຟຸ່ງສີເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໃນການພົບປະໃນວັນທີ 25 ກັນຍາ, ທ່ານໃຫ້ຮູ້ວ່າ: "ຂ້າພະເຈົ້າຈື່ວ່າ ພົນໂທ ຟຸ່ງສີເຕີ໊ນ ໄດ້ເວົ້າວ່າລະດູໃບໄມ້ຫຼົ່ນແມ່ນໄລຍະເວລາເໝາະສົມ ເພື່ອໃຫ້ສອງຝ່າຍມີບັນດາຄຳໝັ້ນສັນຍາ ແລະມີຄຳໝັ້ນໝາຍ, ຜ່ານລະດູໜາວທີ່ແຊເຢັນ, ຮອດລະດູບານໃໝ່ຈະເກີດດອກອອກຜົນ. ຂ້າພະເຈົ້າ ຫວັງວ່າ ຈະມີກາລະໂອກາດກັບມາຢ້ຽມຢາມຫວຽດນາມ ໃນໄລຍະເວລາເໝາະສົມ ເພື່ອເຫັນປະຈັກຕາບັນດາຜົນງານດັ່ງກ່າວ".

ໂດຍ: ແສງເດືອນ