ເຂົ້າຮ່ວມການພົບປະເຈລະຈາມີສະຫາຍພົນຕີ ຫງວຽນວັນເກົ໊າ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ສະຫາຍພົນເອກ ເລືອງເກື່ອງ ຕີລາຄາສູງຄວາມໝາຍການໄປຢ້ຽມຢາມຂອງສະຫາຍພົນໂທ ທອງລອຍ ສີລິວົງ ແລະຄະນະ, ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີສະໜິດຕິດພັນລະຫວ່າງສອງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດຫວຽດນາມ-ລາວ, ປະກອບສ່ວນນຳການພົວພັນເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.

leftcenterrightdel
ສະຫາຍພົນເອກ ເລືອງເກື່ອງ ແລະສະຫາຍພົນໂທ ທອງລອຍ ສີລິວົງ ກ່ອນທີ່ເຂົ້າຮ່ວມການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ສະຫາຍພົນເອກ ເລືອງເກື່ອງ ຢັ້ງຢືນວ່າ ພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບລາວ, ຖືນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ; ຍາມໃດກໍ່ປາດຖະໜາຢາກພ້ອມກັບລາວ ປັບປຸງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

leftcenterrightdel
ສະຫາຍພົນເອກ ເລືອງເກື່ອງ ທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ສ່ວນສະຫາຍພົນໂທ ທອງລອຍ ສີລິວົງ ສະແດງຄວາມຂອບອົກຂອບໃຈການຕ້ອນຮັບຢ່າງສົມກຽດ, ເຕັມໄປດ້ວຍນ້ຳໃຈເປັນສະຫາຍອ້າຍນ້ອງ ເຊິ່ງສະຫາຍພົນເອກ ເລືອງເກື່ອງ ແລະກະຊວງປ້ອງກັນປະເທດຫວຽດນາມ ທີ່ສະຫງວນໃຫ້ຄະນະ. ສະຫາຍພົນໂທ ທອງລອຍ ສີລິວົງ ເນັ້ນໜັກວ່າ ສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ, ໃນນັ້ນມີການພົວພັນລະຫວ່າງສອງກອງທັບເປັນພິເສດຂອງພິເສດ.

leftcenterrightdel
ຄະນະຫວຽດນາມ ທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ທີ່ການພົບປະເຈລະຈາ, ສະຫາຍພົນເອກ ເລືອງເກື່ອງ ແລະສະຫາຍພົນໂທ ທອງລອຍ ສີລິວົງ ເຫັນດີເປັນເອກະພາບຕີລາຄາການຮ່ວມມືດ້ານປ້ອງກັນຊາດ ສືບຕໍ່ຢັ້ງຢືນບົດບາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຫວຽດນາມ-ລາວ. ກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ ຍາມໃດກໍ່ຕັ້ງໜ້າ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມມືຢ່າງໄວ້ເນື້ອເຊື່ອໃຈ, ເປັນເສນາທິການຢ່າງມີປະສິດທິຜົນກັບການນຳຂັ້ນສູງສອງປະເທດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບຢູ່ແຕ່ລະປະເທດເພື່ອພັດທະນາ; ຜັນຂະຫຍາຍຮອບດ້ານ, ປະຕິບັດອະນຸສັນຍາວ່າດ້ວຍການປ້ອງກັນຊາດ ແລະແຜນການຮ່ວມມື, ໂດຍສະເພາະແມ່ນບັນດາຂົງເຂດແລກປ່ຽນຄະນະທຸກຂັ້ນ, ກໍ່ສ້າງ, ຝຶກອົບຮົມ, ຈັດສົ່ງຊ່ຽວຊານ, ກວດ ແລະປິ່ນປົວພະຍາດ, ແບ່ງປັນບົດຮຽນປະສົບການ.

leftcenterrightdel
ສະຫາຍພົນໂທ ທອງລອຍ ສີລິວົງ ທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ສຳລັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບ, ຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າລວມ, ການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເວົ້າສະເພາະຄວນສົມທົບກັນຜັນຂະຫຍາຍໃຫ້ມີປະສິດທິຜົນຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, ໝາກຜົນການພົບປະຂັ້ນສູງຫວຽດນາມ-ກຳປູເຈຍ-ລາວ (ວັນທີ 6 ກັນຍາ 2023), ສຸມໃສ່ເຂົ້າຂົງເຂດຕ່າງໆ.

leftcenterrightdel
ຄະນະລາວ ທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານໂຄສະນາ, ສຶກສາປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ, ໂດຍສະເພາະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ ໃນປີ 2024.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.
leftcenterrightdel
ສະຫາຍພົນເອກ ເລືອງເກື່ອງ ແລະສະຫາຍພົນໂທ ທອງລອຍ ສີລິວົງ ພາຍຫຼັງສິ້ນສຸດການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.
leftcenterrightdel
ສະຫາຍພົນເອກ ເລືອງເກື່ອງ, ສະຫາຍພົນໂທ ທອງລອຍ ສີລິວົງ ແລະບັນດາສະມາຊິກສອງຄະນະຖ່າຍຮູບລວມພາຍຫຼັງສິ້ນສຸດການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ທີ່ການພົບປະເຈລະຈາ, ສອງຝ່າຍກໍ່ໄດ້ແລກປ່ຽນສະຖານະການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສະຫາຍພົນເອກ ເລືອງເກື່ອງ ເນັ້ນໜັກວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຢຶດໝັ້ນນະໂຍບາຍພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ.

ໂດຍ: ແສງເດືອນ