ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ມີອາຍຸການປະຕິບັດງານປະສົບຜົນສຳເລັດ; ສະແດງຄວາມເຄົາລົບ ແລະຕີລາຄາສູງບັນດາການປະກອບສ່ວນສຳຄັນ, ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໃນການຊຸກຍູ້ຮອບດ້ານການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ, ຫວຽດນາມ ຖືເປັນສຳຄັນທີ່ສຸດ, ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃຫ້ການປັບປຸງ ແລະເພີ່ມທະວີການພົວພັນກັບລາວ. ໃນໄລຍະຜ່ານມາ, ການພົວພັນຫວຽດນາມ-ລາວ ສືບຕໍ່ພັດທະນາຮອບດ້ານ, ບັນລຸໄດ້ຜົນງານຫຼາຍຢ່າງ. ພິເສດ, ສອງປະເທດໄດ້ສົມທົບກັນຈັດຕັ້ງ "ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022" ປະສົບຜົນສຳເລັດຢ່າງຈົບງາມດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ. ພາບ: ຮວ່າງຫວູ

ທ່ານພົນເອກ ຟານວັນຢາງ ຊີ້ແຈ້ງວ່າ ກະຊວງປ້ອງກັນປະເທດຫວຽດນາມ ເຄົາລົບ ແລະຕີລາຄາສູງຄວາມເອົາໃຈໃສ່ຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕໍ່ກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນອາຍຸການປະຕິບັດງານ. ທ່ານພົນເອກ ຟານວັນຢາງ ໄດ້ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ໃນໄລຍະຜ່ານມາສືບຕໍ່ເສີມຂະຫຍາຍບົດບາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງສອງປະເທດ. ສອງຝ່າຍສົມທົບກັນເປັນເສນາທິການຢ່າງທັນການ, ມີປະສິດທິຜົນກັບການນຳຂັ້ນສູງສອງປະເທດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ; ຜັນຂະຫຍາຍຢ່າງຮອບດ້ານ, ແທດຈິງອະນຸສັນຍາການຮ່ວມມືດ້ານປ້ອງກັນຊາດ ແລະແຜນການຮ່ວມມືທຸກປີ, ໂດຍສະເພາະແມ່ນບັນດາຂົງເຂດວຽກງານພັກ, ວຽກງານການເມືອງ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ສ້າງແຫຼ່ງຊັບພະຍາກອນມະນຸດ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ. ພາບ: ຮວ່າງຫວູ

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ປີ 2024 ຈະດຳເນີນຫຼາຍເຫດການການເມືອງສຳຄັນຂອງປະເທດ, ກອງທັບແຕ່ລະປະເທດ, ໃນນັ້ນມີລາວ ຈະຮັບດຳລົງຕຳແໜ່ງປະທານອາຊຽນ 2024 ແລະສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ; ຫວຽດນາມ ຈະສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ. ກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງຜັນຂະຫຍາຍເຫດການດັ່ງກ່າວຢ່າງມີປະສິດທິຜົນ. ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມກໍ່ສຳເລັດ ໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ ແລະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນຄວາມສຳຄັນຂອງການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດລາວ-ຫວຽດນາມ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຂອງຕົນໄດ້ເຫັນປະຈັກຕາຫຼາຍຜົນງານໃນການພົວພັນລະຫວ່າງສອງປະເທດ; ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ; ສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ຊ່ວຍເຫຼືອ, ສົມທົບກັບສະຖານທູດລາວ ກໍ່ຄືກະຊວງປ້ອງກັນປະເທດລາວ ຢ່າງແໜ້ນແຟ້ນ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຊີ້ແຈ້ງວ່າ ເຖິງວ່າດຳລົງຕຳແໜ່ງໃດກໍ່ຈະສືບຕໍ່ມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ.

ໂດຍ: ແສງເດືອນ