ຫວຽດນາມ-ອາເມລິກາ ເຈລະຈານະໂຍບາຍປ້ອງກັນຊາດ ປີ 2023
ກປ.ອອນໄລ - ໂດຍປະຕິບັດໂຄງການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2023, ວັນທີ 19 ກັນຍາ, ທີ່ທໍານຽບຫ້າແຈ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ ປອ Ely Ratner ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ອາເມລິກາ ປີ 2023.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ ປອ Ely Ratner. ພາບ: ເລຕູ່ງ |
ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດເຊິ່ງການນຳຂັ້ນສູງສອງປະເທດ, ສອງກະຊວງປ້ອງກັນປະເທດໄດ້ເຫັນດີເປັນເອກະພາບ, ກໍ່ຄືບັນດາເອກະສານ, ຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມ, ສຸມໃສ່ເຂົ້າໃນຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງຢ່າງມີປະສິດທິຜົນ… ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍໃນພາກພື້ນ, ເປັນຕົ້ນແມ່ນໃນຂອບເຂດ ADMM+, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຢູ່ພາກພື້ນ ແລະໃນໂລກ.
    |
 |
ບັນຍາກາດທີ່ການເຈລະຈາ. ພາບ: ເລຕູ່ງ |
ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີຝ່າຍອາເມລິກາ ສືບຕໍ່ເພີ່ມທະວີແຫຼ່ງກຳລັງໜູນຊ່ວຍຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນໃຫ້ບຸລິມະສິດແກ່ການຍູ້ໄວຄວາມຄືບໜ້າຂອງໂຄງການກຳຈັດດີໂອຊິນຢູ່ເຂດສະໜາມບິນບຽນຮ່ວາ. ສອງຝ່າຍສືບຕໍ່ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນບໍ່ທັນແຕກ, ການເຄື່ອນໄຫວໂຄສະນາກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ໝາກມິນບໍ່ທັນແຕກ, ທາດພິດສີສົ້ມ/ດີໂອຊິນ ແລະບົດບັນທຶກຊ່ວຍຈຳກ່ຽວກັບການຊອກຫາ, ທ້ອນໂຮມອັດຖິນັກຮົບຫວຽດນາມທີ່ເສຍສະຫຼະຊີວິດ, ຫາຍສາບສູນໃນປາງສົງຄາມທີ່ສອງຝ່າຍໄດ້ລົງນາມ...
ໃນໄລຍະຈະມາເຖິງ, ເພື່ອຮັບປະກັນຜັນຂະຫຍາຍການຮ່ວມມືໃນຂົງເຂດນີ້ໃຫ້ມີປະສິດທິຜົນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍຄົ້ນຄວ້າ ແລະລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ບົນຈິດໃຈຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຫວຽດນາມ-ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບວັດຖຸພັນຂອງທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ຫວຽດນາມ ໃຫ້ແກ່ທ່ານ ປອ Ely Ratner. ພາບ: ເລຕູ່ງ |
ທີ່ການເຈລະຈາ, ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາສູງບົດບາດ ແລະທີ່ຕັ້ງຂອງອາຊຽນ, ກໍ່ຄືບັນດາກົນໄກໂດຍອາຊຽນຊັກຈູງ; ແບ່ງປັນຄວາມສຳຄັນຂອງການຮັບປະກັນເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.
ສິ້ນສຸດການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ ປອ Ely Ratner ໄດ້ລົງນາມໃນບົດບັນທຶກການເຮັດວຽກ. ຫົວໜ້າຄະນະຜູ້ແທນຫວຽດນາມ ກໍ່ໄດ້ມອບວັດຖຸພັນຂອງທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ຫວຽດນາມ ຈຳນວນໜຶ່ງໃຫ້ກະຊວງປ້ອງກັນປະເທດອາເມລິກາ.
ໂດຍ: ເຈິ່ນຮວ່ຽນ