ພົນຈັດຕະວາ ເຈິ່ນຫງອກກວຽດ ເຂົ້າຮ່ວມກອງປະຊຸມກຸ່ມໃຫ້ຄໍາປຶກສາດ້ານຍຸດທະສາດ
ກປ.ອອນໄລ - ຕອນເຊົ້າວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການອຸທົກກະສາດອາຊີຕາເວັນອອກ (EAHC) ໄດ້ຈັດຕັ້ງກອງປະຊຸມກຸ່ມໃຫ້ຄໍາປຶກສາດ້ານຍຸດທະສາດ ຄັ້ງທີ 3 (STAR TG) ແລະກຸ່ມປະຕິບັດງານພື້ນຖານໂຄງລ່າງເຂດທະເລ ຄັ້ງທີ 3 (MSDIWG). ທ່ານພົນຈັດຕະວາ ເຈິ່ນຫງອກກວຽດ, ຮອງຫົວໜ້າເສນາທິການໃຫຍ່ກອງບັນຊາການທະຫານເຮືອ, ຫົວໜ້າຫ້ອງວ່າການ ຄະນະກຳມະການອຸທົກກະສາດຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນເປີດກອງປະຊຸມ.