ທີ່ການພົບປະເຈລະຈາ, ບັນດາຜູ້ແທນທັງສອງຝ່າຍໄດ້ແລກປ່ຽນ ແລະຢືນຢັນວ່າຫວຽດນາມ ແລະກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ, ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດ ເຊິ່ງຍາມໃດລຸ້ນໜຸ່ມກໍ່ຕ້ອງຈົດຈຳ, ອະນຸລັກຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາ.

leftcenterrightdel
ຄະນະຊາວໜຸ່ມກອງທັບ ມອບຂອງຂວັນທີ່ລະນຶກໃຫ້ນາຍທະຫານໜຸ່ມກອງທັບລາດຊະວົງກຳປູເຈຍ. ພາບ: ຮົ່ງຢາງ

ການຈັດຕັ້ງການພົບປະແລກປ່ຽນນາຍທະຫານໜຸ່ມຂອງສອງປະເທດມີຄວາມໝາຍສຳຄັນທີ່ສຸດ, ທັງເປັນການແລກປ່ຽນ ແລະຖອດຖອນບົດຮຽນ, ແບບ​ແຜນ​ເຮັດ​ວຽກທີ່​ດີ ພ້ອມທັງເຮັດໃຫ້ລຸ້ນໜຸ່ມຂອງກອງທັບສອງປະເທດມີຄຸນທາດການເມືອງທີ່ໜັກແໜ້ນຂຶ້ນຕື່ມ.... ຖັນແຖວນາຍທະຫານໜຸ່ມຂອງສອງປະເທດຍັງເນັ້ນໜັກວ່າ ໝາກຜົນຂອງລາຍການແລກປ່ຽນນາຍທະຫານໜຸ່ມຄັ້ງນີ້ ແມ່ນຂົວເຊື່ອມຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງປະຊາຊົນ, ກອງທັບຂອງສອງປະເທດ.

leftcenterrightdel
ຄະນະຜູ້ແທນທີ່ການພົບປະເຈລະຈາ. ພາບ: ຮົ່ງຢາງ

ເນື່ອງໃນໂອກາດນີ້, ຄະນະນາຍທະຫານໜຸ່ມກອງທັບລາດຊະວົງກຳປູເຈຍ ໄດ້ສະແດງຄວາມຂອບອົກຂອບໃຈທີ່ໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກບັນດາກົມກອງກອງທັບປະຊາຊົນຫວຽດນາມ ໃນເວລາທີ່ຄະນະມາຢ້ຽມຢາມ ແລະພົບປະແລກປ່ຽນໃນຊຸມມື້ຜ່ານມາ ແລະຢືນຢັນວ່າ ການພົບປະແລກປ່ຽນຄັ້ງນີ້ແມ່ນພື້ນຖານອັນລ້ຳຄ່າ ເພື່ອໃຫ້ກອງທັບສອງປະເທດຮັດແໜ້ນຄວາມສາມັກຄີກັນຕື່ມອີກ.

ໂດຍ: ໄຊນີດາ