ທ່ານພົນໂທ ຮ່ວາງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດຈີນ
ກປ.ອອນໄລ - ຕອນບ່າຍວັນທີ 14 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກພິເສດ Pan Tao, ທີ່ປຶກສາທູດປ້ອງກັນຊາດຈີນ ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການປະກອບສ່ວນທີ່ຕັ້ງໜ້າຂອງພັນເອກພິເສດ Pan Tao ຕໍ່ກັບການພົວພັນດ້ານປ້ອງກັນຊາດຫວຽດນາມ - ຈີນ ເວົ້າສະເພາະ ແລະການພົວພັນລະຫວ່າງສອງປະເທດເວົ້າລວມ; ພ້ອມທັງເນັ້ນໜັກວ່າ, ໃນຖານະເປັນທີ່ປຶກສາທູດປ້ອງກັນຊາດຈີນ ທ່ານພັນເອກພິເສດ Pan Tao ໄດ້ສົມທົບຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ຕັ້ງໜ້າຊຸກຍູ້ບັນດາເນື້ອໃນການຮ່ວມມືລະຫວ່າງສອງປະເທດ. ພິເສດແມ່ນໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດເມື່ອພະຍາດໂຄວິດ-19 ແຜ່ລະບາດ, ກະຊວງປ້ອງກັນປະເທດຫວຽດນາມ ແລະຈີນ ໄດ້ໜູນຊ່ວຍວັກຊີນ, ອຸປະກອນການແພດໃຫ້ແກ່ກັນ ເພື່ອຮັບໃຊ້ໃນການປ້ອງກັນຕ້ານພະຍາດ ຢ່າງວ່ອງໄວ, ໃນນັ້ນ ທ່ານພັນເອກພິເສດ Pan Tao ໄດ້ມີການເຄື່ອນໄຫວປະສານສົມທົບ ແລະເຊື່ອມຕໍ່.
    |
 |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ຕ້ອນຮັບທ່ານພັນເອກພິເສດ Pan Tao ທີ່ປຶກສາທູດປ້ອງກັນຊາດຈີນ. ພາບ: ແອັງຫວູ |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະພ້ອມແລ້ວທີ່ຈະຊຸກຍູ້ບັນດາຂົງເຂດຮ່ວມມືກັບຈີນ; ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ພິເສດແມ່ນ “ຖະແຫຼງການຮ່ວມ ຫວຽດນາມ - ຈີນ ກ່ຽວກັບການສືບຕໍ່ຍູ້ແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກວ່າອີກ” ເຊິ່ງສອງຝ່າຍໄດ້ຍົກອອກໃນການຢ້ຽມຢາມຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນຕຸລາ 2022, ໃນນັ້ນໄດ້ກຳນົດເອົາການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນສອງປະເທດ.
    |
 |
ທ່ານພົນໂທ ຮ່ວາງຊວນຈ໊ຽນ ແລະທ່ານພັນເອກພິເສດ Pan Tao ພ້ອມດ້ວຍບັນດາຜູ້ແທນ ທີ່ການຕ້ອນຮັບ. ພາບ: ແອັງຫວູ |
ທ່ານພັນເອກພິເສດ Pan Tao ສະແດງຄວາມຂອບອົກຂອບໃຈມາຍັງການນຳ ແລະບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຮ່ວມມື ແລະສ້າງເງື່ອນໄຂສະດວກໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ຫວຽດນາມ, ຜ່ານນັ້ນຊ່ວຍໃຫ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຈີນ ບັນລຸໄດ້ໝາກຜົນຫຼາຍຢ່າງ. ທ່ານພັນເອກພິເສດ Pan Tao ຖືວ່າ ຄວາມສາມາດບົ່ມຊ້ອນ ແລະ ຂອບເຂດການຮ່ວມມືລະຫວ່າງສອງປະເທດຍັງຫຼວງຫຼາຍຢູ່, ທ່ານຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນ ຫວຽດນາມ - ຈີນ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ສອງປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ.
ໂດຍ: ທູຈາງ