ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ນຳໂດຍສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.
    |
 |
ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn |
ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ ແລະເນັ້ນໜັກວ່າ: ການຢ້ຽມຢາມ ແລະທັດສະນະສຶກສາໃນຄັ້ງນີ້ ຂອງຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຈະປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ, ສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ ອວຍພອນໃຫ້ຄະນະປະສົບຜົນສຳເລັດຢ່າງຈົບງາມ, ຮັບເອົາຄວາມຮູ້ບົດຮຽນທີ່ມີປະໂຫຍດ, ມີຄວາມປະທັບໃຈ ແລະອະນຸສອນທີ່ດີໃນໄລຍະເຂົ້າຮ່ວມຊຸດຝຶກອົບຮົມຢູ່ຫວຽດນາມ.
    |
 |
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn |
ສ່ວນສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ສະແດງຄວາມເປັນກຽດທີ່ໄດ້ນຳໜ້າຄະນະພະນັກງານມາຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ ໃນຖານະຕໍາແໜ່ງໃໝ່, ພ້ອມທັງແນະນຳໂດຍສັງເຂບວິວັດແຫ່ງການສ້າງຕັ້ງ, ພັດທະນາ ແລະໂຄງປະກອບການຈັດຕັ້ງຂອງໜັງສືພິມກອງທັບປະຊາຊົນລາວ.
    |
 |
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ມອບຂອງຂວັນທີ່ລະນຶກໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ແບ່ງປັນວ່າ: ການຢ້ຽມຢາມ ແລະໄປທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ເພື່ອແນໃສ່ແລກປ່ຽນມາດຕະການໂຄສະນາລະຫວ່າງອົງການສື່ມວນຊົນຂອງກອງທັບສອງປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນສູງກວ່າ.
    |
 |
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມພະແນກເຕັກນິກ ແລະຈັດໜ້າ ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
    |
 |
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມພະແນກໜັງສືພິມເອເລັກໂຕນິກ ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
    |
 |
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງຖ່າຍທໍາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn |
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ສະເໜີວ່າ ໃນໄລຍະຈະມາເຖິງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຈະເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງຊຸດຝຶກອົບຮົມເພື່ອແລກປ່ຽນວິຊາການວິຊາສະເພາະ, ຊ່ວຍເຫຼືອໜັງສືພິມກອງທັບປະຊາຊົນລາວ ອຸປະກອນຈຳນວນໜຶ່ງເພື່ອຮັບໃຊ້ວຽກງານເຮັດຂ່າວ ຈາກນັ້ນສາມາດປະຕິບັດໜ້າທີ່ໂຄສະນາໃຫ້ດີຂຶ້ນກວ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ທູຈາງ