leftcenterrightdel
ສະຫາຍພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ, ສະຫາຍພົນຈັດຕະວາ ດວ່ານຊວນໂບະ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອ, ພາລະບົດບາດ, ໜ້າທີ່ ແລະການກໍານົດທິດພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດ ທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn

ສະຫາຍພົນຈັດຕະວາ ດວ່ານຊວນໂບະ ເນັ້ນໜັກວ່າ, ຜ່ານໄລຍະທາງ 73 ປີແຫ່ງການກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ, ມາຮອດປັດຈຸບັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງແຂງແຮງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ໄດ້ຮັບການຊີ້ນໍາ, ລະດົມກໍາລັງໃຈຈາກພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະໄດ້ຮັບການຊ່ວຍເຫຼືອຈາກຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ; ບັນດາອົງການ, ກົມກອງໃນກອງທັບ ແລະການນຳ, ອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນໃນທົ່ວປະເທດ ແລະເພື່ອນມິດສາກົນ, ໃນນັ້ນມີການລະດົມກຳລັງໃຈເປັນພິເສດຈາກການນຳຂອງພັກ, ລັດ, ກອງທັບ ແລະປະຊາຊົນລາວ, ພິເສດແມ່ນເພື່ອນຮ່ວມງານຢູ່ໜັງສືພິມກອງທັບປະຊາຊົນລາວອ້າຍນ້ອງ.

leftcenterrightdel
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າ ບັນນາທິການໜັງສືພິມກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn
leftcenterrightdel
ບັນດາພະນັກງານຂອງໜັງສືພິມກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

ສ່ວນສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດລາວ ຍາມໃດກໍ່ເອົາໃຈໃສ່ເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະການພັດທະນາຂອງສື່ມວນຊົນ,  ໜັງສືພິມກອງທັບປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ວຽກງານພັດທະນາຮອບດ້ານ, ພິເສດແມ່ນວຽກງານກໍ່ສ້າງຖັນແຖວນັກຂ່າວທີ່ມີລະດັບ, ມີຄວາມຮູ້, ຄວາມສາມາດປະຕິບັດສຳເລັດທຸກໜ້າທີ່ເປັນຢ່າງດີ, ໃນນັ້ນຕ້ອງໄດ້ເວົ້າເຖິງການຊ່ວຍເຫຼືອ, ການປະກອບສ່ວນອັນໃຫຍ່ຫຼວງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ແກ່ໜັງສືພິມກອງທັບປະຊາຊົນລາວ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ຊຸດຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນກົງກັບໂອກາດກະກຽມສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ແມ່ນໂອກາດທີ່ດີເພື່ອໃຫ້ພະນັກງານໜັງສືພິມກອງທັບປະຊາຊົນລາວ ຮັບເອົາຄວາມຮູ້, ບົດຮຽນ, ປະສົບການດີໆຈາກໜັງສືພິມກອງທັບປະຊາຊົນຫວຽດນາມ ຕື່ມອີກ, ຈາກນັ້ນກໍ່ນຳໄປໝູນໃຊ້ເຂົ້າໃນວິວັດການໂຄສະນາໃຫ້ບັນລຸປະສິດທິຜົນຢ່າງສູງ, ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ.

ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ໄດ້ຢືນຢັນເຖິງຄວາມຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ຕັ້ງໃຈ, ພະຍາຍາມປະຕິບັດໜ້າທີ່ການຮ່ຳຮຽນ, ສຶກສາຄົ້ນຄວ້າ ເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ.

ໂດຍ: ທູຈາງ