ກ່າວຄຳເຫັນທີ່ພິທີ, ສະຫາຍພົນຈັດຕະວາ ຫງວຽນຮ່ວາງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານ ເນັ້ນໜັກວ່າ ໃນໄລຍະຝຶກອົບຮົມ, ພະນັກງານກອງທັບປະຊາຊົນລາວ ໄດ້ຮັບຄວາມຮູ້ກ່ຽວກັບເນື້ອໃນພື້ນຖານວິທີການຄົ້ນຄວ້າປະຫວັດສາດການທະຫານ ແລະບົດຮຽນປະສົບການຕົວຈິງທີ່ມີຄ່າໃນວຽກງານຄົ້ນຄວ້າ ແລະຄຸ້ມຄອງວິທະຍາສາດປະຫວັດສາດການທະຫານ ຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ມອບໃບຢັ້ງຢືນສໍາເລັດການຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ. ພາບ: qdnd.vn

ສະຫາຍພົນຈັດຕະວາ ຫງວຽນຮ່ວາງຍຽນ ຕີລາຄາວ່າ: ເວລາຝຶກອົບຮົມບໍ່ຫຼາຍ, ແຕ່ຄວາມຮູ້ທີ່ເອົາມານໍາສະເໜີໃນແຕ່ລະຫົວເລື່ອງແມ່ນຫຼາຍພໍສົມຄວນ, ແຕ່ດ້ວຍຈິດໃຈເມົາມົວ, ດຸໝັ່ນໃນການຮຽນຂອງພະນັກງານກອງທັບປະຊາຊົນລາວ, ຄວາມສຸດຈິດສຸດໃຈຂອງຄູສອນພ້ອມດ້ວຍວິທີການສິດສອນທີ່ທັນສະໄໝ ແລະຕັ້ງໜ້າ, ຊຸດຝຶກອົບຮົມຈຶ່ງສໍາເລັດໜ້າທີ່ວາງອອກໄດ້ເປັນຢ່າງດີ. ສະຫາຍພົນຈັດຕະວາ ຫງວຽນຮ່ວາງຍຽນ ສະແດງຄວາມປາດຖະໜາວ່າ ເມື່ອກັບຄືນປະເທດ, ບັນດາພະນັກງານກອງທັບປະຊາຊົນລາວ ຈະໝູນໃຊ້ຄວາມຮູ້ທີ່ໄດ້ຮຽນມາຈາກການຝຶກອົບຮົມຢ່າງມີຫົວຄິດປະດິດສ້າງ, ເໝາະສົມກັບໜ້າທີ່ວຽກງານໃນຕົວຈິງ, ຜ່ານນັ້ນປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບປະຊາຊົນລາວ ໃຫ້ນັບມື້ນັບເຂັ້ມແຂງ ກໍຄືປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີແບບພິເສດລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ.

ໂດຍ: ທູຈາງ