leftcenterrightdel
ການນໍາກົມໃຫຍ່ພະລາທິການ ແລະວິທະຍາຄານພະລາທິການ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ຜູ້ຕາງໜ້າພະນັກງານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: ວັນຈຽນ

ຊຸດຝຶກອົບຮົມໄດ້ດຳເນີນໄປແຕ່ວັນທີ 27 ກໍລະກົດ ຫາວັນທີ 7 ກັນຍາ, ດ້ວຍການເຂົ້າຮ່ວມຂອງພະນັກງານກອງທັບປະຊາຊົນລາວ 80 ຄົນ. ຕາມບົດລາຍງານຂອງຄະນະຈັດຕັ້ງ, ພາຍຫຼັງໄດ້ຮັບຄຳສັ່ງຈາກລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາອົງການທີ່ກ່ຽວຂ້ອງຂອງກົມໃຫຍ່ພະລາທິການ ໄດ້ສົມທົບກັບວິທະຍາຄານພະລາທິການ ແລະພາກສ່ວນທີ່ກ່ຽວຂ້ອງ ຕັ້ງໜ້າເຮັດວຽກງານກະກຽມໃຫ້ຊຸດຝຶກອົບຮົມເປັນຢ່າງດີ. ພະນັກງານພະລາທິການ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມເປັນເຈົ້າການຄົ້ນຄວ້າ, ແລກປ່ຽນ, ກໍາແໝ້ນບັນຫາກ່ຽວກັບທິດສະດີ ແລະບົດຮຽນປະສົບການຕົວຈິງໃນວຽກງານພະລາທິການ ຂອງກອງທັບປະຊາຊົນຫວຽດນາມ; ເສີມຂະຫຍາຍຈິດໃຈຮັບຜິດຊອບເປັນຢ່າງດີ, ປະຕິບັດຕາມຂໍ້ກຳນົດກົດລະບຽບຢ່າງເຂັ້ມງວດ; ສໍາເລັດຫຼັກສູດ ແລະເນື້ອໃນການຝຶກອົບຮົມ, ຮັບປະກັນຄວາມປອດໄພຢ່າງເດັດຂາດ. ນອກຈາກການຄົ້ນຄວ້າບາງບັນຫາພື້ນຖານ, ແທດຈິງທີ່ຂຶ້ນກັບຂະແໜງພະລາທິການ (ຍົກເວັ້ນວຽກງານການແພດທະຫານ), ບັນດາພະນັກງານກອງທັບປະຊາຊົນລາວ ຍັງໄດ້ໄປທັດສະນະສຶກສາ, ຮໍ່າຮຽນ, ຖອດຖອນບົດຮຽນຕົວຈິງຢູ່ບາງກົມກອງທີ່ຂຶ້ນກັບກົມໃຫຍ່ພະລາທິການ.

ໂດຍ: ຈາງຫງວຽນ