ຫວຽດນາມ ຕັ້ງໜ້າກະກຽມໃຫ້ແກ່ການຝຶກຊ້ອມຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບ
ກປ.ອອນໄລ - ວັນທີ 6 ກັນຍາ, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນໍາກ່ຽວກັບການຝຶກຊ້ອມພາກສະໜາມໄລຍະສຸດທ້າຍກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 (2021-2023) ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໄດ້ນຳໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດ ໄປກວດກາວຽກງານກະກຽມການຝຶກຊ້ອມຢູ່ສູນຝຶກແອບການທະຫານແຫ່ງຊາດ ທີ 4 ແລະກອງພັນຊ່າງແສງ 31 ຂຶ້ນກັບກອງພົນນ້ອຍ 28 ຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ.
    |
 |
ທ່ານພົນໂທ ຟຸ່ງສີເຕິ໊ນ ກ່າວຄໍາເຫັນສະຫຼຸບການກວດກາ. ພາບ: ຕ໊ວນຮຸຍ |
ກ່າວຄໍາເຫັນສະຫຼຸບການກວດກາ, ທ່ານພົນໂທ ຟຸ່ງສີເຕິ໊ນ ຢັ້ງຢືນວ່າ ເລື່ອງ ຫວຽດນາມ ເປັນເຈົ້າພາບຮ່ວມຈັດການຝຶກຊ້ອມຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ ເປັນຄັ້ງທຳອິດນີ້ ຈະແມ່ນກາລະໂອກາດເພື່ອຢັ້ງຢືນກຳລັງຄວາມສາມາດ, ລະດັບວິຊາສະເພາະຂອງກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ມຸ່ງໄປເຖິງການບັນລຸເປົ້າໝາຍໃຫ້ກາຍເປັນສູນຝຶກແອບກ່ຽວກັບການຮັກສາສັນຕິພາບລະດັບພາກພື້ນ.
ພ້ອມທັງຮຽກຮ້ອງໃຫ້ອະນຸກໍາມະການຕ່າງໆກວດກາຄືນ ແລະສ້າງສໍາເລັດບັນດາເນື້ອໃນກ່ຽວກັບວຽກງານຈັດຕັ້ງ, ການຕ້ອນຮັບ, ການພົວພັນຕ່າງປະເທດກໍ່ຄືການຝຶກຊ້ອມໂດຍດ່ວນເພື່ອຮັບປະກັນການຕ້ອນຮັບຜູ້ແທນສາກົນໃຫ້ຮອບຄອບຖີ່ຖ້ວນ, ເຄົາລົບນັບຖື, ສະແດງໃຫ້ເຫັນຄວາມຮັກແພງແຂກຂອງປະເທດເຈົ້າພາບຫວຽດນາມ. ທ່ານຮອງຫົວໜ້າກົມໃຫຍ່ເສນາທິການ ຮຽກຮ້ອງໃຫ້ກຸ່ມນັກຊ່ຽວຊານຮັກສາສັນຕິພາບຫວຽດນາມ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຍີ່ປຸ່ນ ເພື່ອເຫັນດີເປັນເອກະພາບຕໍ່ເນື້ອໃນທີ່ກ່ຽວຂ້ອງເຖິງການຝຶກຊ້ອມ; ຍູ້ໄວຄວາມຄືບໜ້າຂອງວຽກງານກະກຽມ, ປະຕິບັດການຝຶກແອບໃຫ້ບັນດາກຳລັງທີ່ກ່ຽວຂ້ອງເປັນຢ່າງດີເພື່ອຮັບປະກັນການຝຶກແອບໄດ້ດໍາເນີນປະສົບຜົນສຳເລັດ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະຮູບພາບກອງທັບປະຊາຊົນຫວຽດນາມ.
    |
 |
ທ່ານພົນໂທ ຟຸ່ງສີເຕິ໊ນ ລົງກວດກາສະໜາມຝຶກຊ້ອມ, ຝຶກແອບ. ພາບ: ຕ໊ວນຮຸຍ |
ການຝຶກຊ້ອມຄັ້ງນີ້ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນເຈົ້າພາບຮ່ວມກັນຈັດຕັ້ງ, ເລີ່ມແຕ່ວັນທີ 13 ຫາວັນທີ 21 ກັນຍາ. ເຫດການຈະມີການເຂົ້າຮ່ວມຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບ ແລະນັກສໍາມະນາກອນທີ່ມາຈາກ 18 ປະເທດ ADMM+, ມີທັງໝົດ 198 ຄົນ, ໃນນັ້ນມີຜູ້ແທນສາກົນ 172 ຄົນ ແລະຜູ້ແທນຫວຽດນາມ 26 ຄົນ.
ໂດຍ: ເຈິ່ນຮວ່ຽນ