leftcenterrightdel
ທ່ານພັນເອກພິເສດ ເລດິ່ງຫວູ໊, ຮອງຫົວໜ້າກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນເປີດຊຸດຝຶກອົບຮົມ. ພາບ: qdnd.vn

ຕາມແຜນການແລ້ວ, ໃນໄລຍະການຝຶກອົບຮົມ, ພະນັກງານກອງທັບປະຊາຊົນລາວ 25 ຄົນ ຈະໄດ້ຮັບການແນະນຳຫົວເລື່ອງສະເພາະກ່ຽວກັບວິຊາການຄຸ້ມຄອງສິ່ງແວດລ້ອມ, ວິທີການແກ້ໄຂຜົນສະທ້ອນຈາກມົນລະພິດສິ່ງແວດລ້ອມທີ່ເກີດຈາກທາດພິດເຄມີ ແລະລະເບີດບໍ່ທັນແຕກຫຼັງສົງຄາມ, ຫົວເລື່ອງສະເພາະດ້ານຂໍ້ມູນຂ່າວສານວິທະຍາສາດການທະຫານ; ຄົ້ນຄວ້າ ແລະຝຶກຫັດກ່ຽວກັບວຽກງານສື່ມວນຊົນ ແລະທັກສະໃນການຂຽນຂ່າວ, ຮຽບຮຽງວາລະສານ; ວິທີການຂຽນ ແລະຈໍາໜ່າຍຂ່າວເພື່ອຮັບໃຊ້ໃຫ້ການນໍາ; ວິທີການຖ່າຍທຳ ແລະຈັດສ້າງຮູບເງົາ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົມ, ທ່ານພັນເອກພິເສດ ເລດິ່ງຫວູ໊, ຮອງຫົວໜ້າກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ: ຊຸດຝຶກອົບຮົມແມ່ນພື້ນຖານເພື່ອໃຫ້ບັນດາພະນັກງານຂອງກອງທັບປະຊາຊົນລາວ ຍົກສູງຄຸນນະພາບ, ປະສິດທິຜົນຂອງໜ້າທີ່ວຽກງານສື່ສານວິທະຍາສາດການທະຫານ, ວຽກງານຄຸ້ມຄອງສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂມົນລະພິດສິ່ງແວດລ້ອມ... ຈາກນັ້ນຮັບໃຊ້ວຽກງານເປັນເສນາທິການ, ບັນຊາການ, ຄຸ້ມຄອງ, ບໍລິຫານ ແລະຜັນຂະຫຍາຍປະຕິບັດຢູ່ໃນອົງການ ແລະກົມກອງໃນກອງທັບຂອງລາວ.

leftcenterrightdel
ພະນັກງານຊຸດຝຶກອົບຮົມຖ່າຍຮູບທີ່ລະນຶກກັບການນໍາຂອງກົມວິທະຍາສາດການທະຫານ, ກະຊວງປ້ອງກັນປະເທດ ແລະວິທະຍາຄານເຕັກນິກການທະຫານ. ພາບ: qdnd.vn

ທ່ານພັນເອກພິເສດ ເລດິ່ງຫວູ໊ ສະເໜີໃຫ້ບັນດານັກຮຽນການທະຫານຂອງລາວ ຄວນຍົກສູງຈິດໃຈຄວາມຮັບຜິດຊອບ, ຜ່ານຜ່າຄວາມຫຍຸ້ງຍາກ, ເພີ່ມທະວີການແລກປ່ຽນ  ເພື່ອແນໃສ່ກໍາແໜ້ນເນື້ອໃນຂອງບົດຮຽນ; ປະຕິບັດຕາມກົດລະບຽບຂອງຫ້ອງຝຶກອົບຮົມຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃນທຸກດ້ານ.

ໂດຍ: ທູຈາງ