ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຊົມເຊີຍທີ່ທ່ານ Sergio Narea Guzman ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ; ທ່ານສະແດງຄວາມເຊື່ອໝັ້ນວ່າທ່ານ Sergio Narea Guzman ຈະມີການປະຕິບັດງານສໍາເລັດຜົນ, ປະກອບສ່ວນພັດທະນາການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຈີເລ ກວ່່າອີກ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຈີເລ ແລະປາດຖະໜາຢາກຊຸກຍູ້ການພົວພັນດ້ານຕ່າງໆກັບຈີເລ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ Sergio Narea Guzman ເອກອັກຄະລັດຖະທູດຈີເລ ປະຈຳ ຫວຽດນາມ. ພາບ: ຮວ່າງຫວູ

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ທ່ານ Sergio Narea Guzman ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເປັນຢ່າງດີ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ກ່ອນອື່ນໝົດແມ່ນສຸມໃສ່ ຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການບຳລຸງກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ, ເສນາຮັກ, ຮັກສາສັນຕິພາບ ສປຊ... ພ້ອມທັງສະເໜີໃຫ້ສອງຝ່າຍຄົ້ນຄວ້າການສ້າງບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ສຳເລັດ ເພື່ອເປັນພື້ນຖານຊຸກຍູ້ການພົວພັນໃນໄລຍະຈະມາເຖິງ.

ສ່ວນທ່ານເອກອັກຄະລັດຖະທູດ Sergio Narea Guzman ເນັ້ນໜັກວ່າ ຈີເລ ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ ໃນຫຼາຍດ້ານ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ ສປຊ. ທ່ານ Sergio Narea Guzman ຢັ້ງຢືນວ່າ ໃນຖານະຕໍາແໜ່ງວຽກງານຂອງຕົນ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຈີເລ ເວົ້າລວມ ກໍ່ຄືການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເວົ້າສະເພາະ.

ໂດຍ: ໄຊນີດາ