ກໍາລັງຊ່າງແສງຫວຽດນາມ-ລາວ ຍູ້ແຮງການຮ່ວມມື
ກປ.ອອນໄລ - ຕອນບ່າຍວັນທີ 19 ພຶດສະພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມຊ່າງແສງ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໂດຍສະຫາຍພົນຈັດຕະວາ ວຽງໄຊ ໄຊສະໝອນ, ຫົວໜ້າກົມຊ່າງແສງ ເປັນຫົວໜ້າຄະນະມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
    |
 |
ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ຕ້ອນຮັບສະຫາຍພົນຈັດຕະວາ ວຽງໄຊ ໄຊສະໝອນ. ພາບ: qdnd.vn |
ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ເນັ້ນໜັກວ່າ ການນຳຂັ້ນສູງສອງປະເທດຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ການຮັກສາ ແລະປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃນທຸກສະຖານະການ. ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ຕີລາຄາວ່າ ການຮ່ວມມືດ້ານປ້ອງກັນຊາດຂອງສອງຝ່າຍໃນໄລຍະຜ່ານມາໄດ້ຮັບການປັບປຸງ, ພັດທະນາຢ່າງຮອບດ້ານ ແລະມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງສາຍພົວພັນຫວຽດນາມ - ລາວ.
    |
 |
ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ມອບຂອງຂວັນທີ່ລະນຶກໃຫ້ແກ່ສະຫາຍພົນຈັດຕະວາ ວຽງໄຊ ໄຊສະໝອນ. ພາບ: qdnd.vn |
ສ່ວນສະຫາຍພົນຈັດຕະວາ ວຽງໄຊ ໄຊສະໝອນ ກໍ່ໄດ້ແຈ້ງໃຫ້ທ່ານພົນໂທ ຝຸ່ງຊີ໊ເຕິ໊ນ ຮັບຊາບກ່ຽວກັບຜົນຂອງການເຮັດວຽກກ່ອນໜ້ານັ້ນຂອງຄະນະກັບເຫຼົ່າຮົບຊ່າງແສງ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາ ແລະເຫັນດີເປັນເອກະພາບຫຼາຍເນື້ອໃນຂອງການຮ່ວມມືຄື: ແລກປ່ຽນຄະນະຜູ້ແທນ, ຍົກສູງກຳລັງຄວາມສາມາດ, ແບ່ງປັນບົດຮຽນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ...
    |
 |
ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ແລະສະຫາຍພົນຈັດຕະວາ ວຽງໄຊ ໄຊສະໝອນ ພ້ອມດ້ວຍບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn |
ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ໄດ້ຕີລາຄາສູງຕໍ່ຜົນຂອງການເຮັດວຽກ, ສະໜັບສະໜູນໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນບົດຮຽນໃນການຄັດເລືອກ, ຝຶກແອບ ແລະບຳລຸງກໍ່ສ້າງກຳລັງຊ່າງແສງ, ກູ້ໄພຈາກການເກີດອຸບັດຕິເຫດ, ກໍ່ສ້າງຂົວ ແລະເສັ້ນທາງ... ທ່ານເນັ້ນໜັກວ່າ ຊ່າງແສງຫວຽດນາມ ແມ່ນກຳລັງຫຼັກແຫຼ່ງໃນການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ໜູນຊ່ວຍຜູ້ປະສົບເຄາະຮ້າຍ, ສຶກສາອົບຮົມໃຫ້ແກ່ປະຊາຊົນຫຼີກລ້ຽງການເກີດອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກ, ສະຫາຍພົນໂທ ຝຸ່ງຊີ໊ເຕິ໊ນ ໄດ້ສະເໜີໃຫ້ສອງຝ່າຍຄົ້ນຄວ້າ, ເພີ່ມທະວີການຮ່ວມມືແບ່ງປັນບົດຮຽນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ.
ໂດຍ: ທູຈາງ