ເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫວຽດນາມ - ອີຢູ ຄັ້ງທີ 3
ກປ.ອອນໄລ - ວັນທີ 12 ພຶດສະພາ, ການເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫວຽດນາມ - ສະຫະພາບເອີລົບ (ອີຢູ) ຄັ້ງທີ 3 ໄດ້ດໍາເນີນຜ່ານທາງອິນເຕີແນັດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານນາງ Benedikta Von Seherr -Thoss, ຫົວໜ້າກົມນະໂຍບາຍປ້ອງກັນຄວາມສະຫງົບ ແລະປ້ອງກັນລວມ (CSDP) ແລະຮັບມືກັບວິກິດການ ສັງກັດອົງການກະທໍາການທູດ ອີຢູ (EEAS).
ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ອີຢູ ແລະບັນດາປະເທດສະມາຊິກ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ສອດຄ່ອງກັບຂອບເຂດສັນຍາແມ່ຄູ່ຮ່ວມມື ແລະຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (PCA) ແລະສັນຍາລະຫວ່າງລັດຖະບານຫວຽດນາມ ແລະອີຢູ ວ່າດ້ວຍການສ້າງຕັ້ງຂອບເຂົ້າຮ່ວມຂອງຫວຽດນາມ ໃນການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA), ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນບັນດາຂົງເຂດ, ຄື: ການເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກໍ່ສ້າງ, ການຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ), ...
    |
 |
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ ແລະການພົບປະທາງການທູດທຸກຂັ້ນ; ຮັກສາປະສິດທິຜົນຂອງກົນໄກເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫວຽດນາມ - ອີຢູ ປະຈຳປີ; ...
ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການຢູ່ໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນວ່າ ສະພາບແວດລ້ອມດ້ານການເມືອງ ແລະ ຄວາມໝັ້ນຄົງໃນໂລກ ແລະພາກພື້ນສືບຕໍ່ຜັນແປຢ່າງວ່ອງໄວ ແລະສັບສົນ, ດ້ວຍບັນດາການທ້າທາຍເຖິງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານ. ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ອີຢູ ເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອຮັກສາຄວາມໝັ້ນຄົງ, ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບລະບຽບການການເມືອງ ແລະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດຕ່າງໆ.
ໂດຍ: ທະນາພອນ