ພົນໂທ ຫງວຽນເຕິນເກືອງ ຢ້ຽມຢາມບໍລິສັດ Unitel
ກປ.ອອນໄລ - ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ພຶດສະພາ, ສະຫາຍພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel) ຂຶ້ນກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel).
    |
 |
ການນໍາ Unitel ຕ້ອນຮັບສະຫາຍພົນໂທ ຫງວຽນເຕິນເກືອງ. ພາບ: qdnd.vn |
    |
 |
ສະຫາຍພົນໂທ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ສະຫາຍພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ປະຈຸບັນ Unitel ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມ-ບໍລິການດີຈີຕອນແຖວໜ້າ ແລະແມ່ນບໍລິສັດເຕັກໂນໂລຢີທີ່ມີອິດທິພົນຢ່າງກວ້າງຂວາງໃນທຸກດ້ານຂອງພື້ນຖານເສດຖະກິດ ແລະຊີວິດສັງຄົມຢູ່ລາວ, ສ້າງອິດທິພົນຊື່ສຽງອັນໃຫຍ່ຫຼວງຕໍ່ລັດຖະບານ, ກອງທັບ ແລະປະຊາຊົນລາວ.
    |
 |
ສະຫາຍພົນໂທ ຫງວຽນເຕິນເກືອງ ມອບສັນຍາລັກທີ່ລະນຶກໃຫ້ການນໍາ Unitel. ພາບ: qdnd.vn |
ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ສະຫາຍພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ການນຳ Viettel ແລະ Unitel ສືບຕໍ່ຮັກສາຈິດໃຈສາມັກຄີ, ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງພະນັກງານ, ພາລະກອນ, ເສີມຂະຫຍາຍແຫຼ່ງກໍາລັງມະນຸດ. ການເຄື່ອນໄຫວທຸລະກິດຕ້ອງສົມທົບຢ່າງແໜ້ນແຟ້ນກັບການທູດເສດຖະກິດ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເປັນຂົວຕໍ່ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ແລະລັດຖະບານສອງປະເທດ. ພ້ອມກັນນັ້ນ, Unitel ຕ້ອງກວດກາຄືນຍຸດທະສາດໃນການດຳເນີນທຸລະກິດເປັນປະຈໍາ ແລະຮັບມືກັບສະພາບການໃໝ່ຢ່າງວ່ອງໄວ; ມານະພະຍາຍາມປະຕິບັດ ແລະປະຕິບັດສຳເລັດໜ້າທີ່ ເຊິ່ງສອງກະຊວງປ້ອງກັນປະເທດໄດ້ມອບໝາຍໃຫ້.
ສະຫາຍພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ພະນັກງານ, ພາລະກອນ Unitel ທຸກຄົນຕ້ອງເຄົາລົບກົດໝາຍ, ສ້າງຄວາມເຊື່ອໝັ້ນຢ່າງສູງຕໍ່ພັກ, ລັດ ແລະປະຊາຊົນລາວ; ຍາມໃດກໍ່ມີການແກ່ງແຍ້ງຢ່າງປອດໃສ, ດຳເນີນທຸລະກິດດ້ວຍຄວາມໂປ່ງໃສ, ດ້ວຍວັດທະນະທຳອັນດີງາມຂອງຊາວຫວຽດນາມ ແລະລາວ.
ໂດຍ: ເຈິ່ນຮວ່ຽນ