ນັກຮົບເກົ່າຫວຽດນາມ ແລະລາວ ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫາຍພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບສະຫາຍພົນໂທ ແສງນວນ ໄຊຍະລາດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດລາວ ນຳໜ້າຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
    |
 |
ສະຫາຍພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບສະຫາຍພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ. ພາບ: ເຟືອງລີງ. |
ທີ່ການຕ້ອນຮັບ, ເມື່ອເນັ້ນໜັກເຖິງມູນເຊື້ອ, ປະຫວັດສາດ, ສະຫາຍພົນເອກ ຟານວັນຢາງ ຖືວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດມີສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຕ່າງໆ. ເພື່ອບັນລຸໄດ້ບັນດາຜົນງານຄືດັ່ງກ່າວນັ້ນແມ່ນມີການປະກອບສ່ວນຢ່າງຫຼວງຫຼາຍຂອງບັນດານັກຮົບເກົ່າ ແລະບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຂອງສອງປະເທດ. ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງພັກ, ລັດ, ກອງທັບ ແລະປະຊາຊົນລາວ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ເຟືອງລີງ. |
ພ້ອມທັງຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະສະໜັບສະໜູນການຮ່ວມມືລະຫວ່າງສູນກາງສະຫະພັນນັກຮົບເກົ່າຫວຽດນາມ ແລະສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫາຍພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນັກຮົບເກົ່າຫວຽດນາມ ແລະລາວ ຈະສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບຂອງນັກຮົບເກົ່າຮຸ່ນຕ່າງໆຂອງສອງປະເທດ, ຜ່ານນັ້ນສືບຕໍ່ໂຄສະນາ, ສຶກສາອົບຮົມໃຫ້ບັນດາສະມາຊິກ, ຍາດຕິພີ່ນ້ອງຂອງບັນດາສະມາຊິກ ແລະຮຸ່ນໜຸ່ມສອງປະເທດກ່ຽວກັບປະຫວັດສາດ, ຄວາມໝາຍ ແລະຄວາມສຳຄັນຂອງສາຍພົວພັນ, ນໍ້າໃຈສາມັກຄີສະໜິດຕິດພັນລະຫວ່າງສອງປະເທດ, ສອງກອງທັບ.
    |
 |
ສະຫາຍພົນເອກ ຟານວັນຢາງ ມອບສັນຍາລັກທີ່ລະນຶກໃຫ້ສະຫາຍພົນໂທ ແສງນວນ ໄຊຍະລາດ. ພາບ: ເຟືອງລີງ. |
    |
 |
ສະຫາຍພົນເອກ ຟານວັນຢາງ, ສະຫາຍພົນໂທ ແສງນວນ ໄຊຍະລາດ ແລະຄະນະຜູ້ແທນສອງປະເທດ. ພາບ: ເຟືອງລີງ. |
ຂອບໃຈການຕ້ອນຮັບຂອງສະຫາຍພົນເອກ ຟານວັນຢາງ, ສະຫາຍພົນໂທ ແສງນວນ ໄຊຍະລາດ ຖືວ່າ ໃນໄລຍະຜ່ານມາ, ພັກ, ລັດ, ກອງທັບ ແລະປະຊາຊົນລາວ ຍາມໃດກໍ່ໄດ້ຮັບການຊ່ວຍເຫຼືອຈາກພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໃນຫຼາຍຂົງເຂດ. ໃນນັ້ນມີການສົມທົບ, ຊ່ວຍເຫຼືອລະຫວ່າງສູນກາງສະຫະພັນນັກຮົບເກົ່າຫວຽດນາມ ແລະສະຫະພັນນັກຮົບເກົ່າລາວ ໃນບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນ, ໂຄສະນາ ແລະຂົນຂວາຍສະມາຊິກ ແລະຄອບຄົວກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ, ສອງກອງທັບ.
ສະຫາຍພົນໂທ ແສງນວນ ໄຊຍະລາດ ຫວັງວ່າ ໃນໄລຍະຈະມາເຖິງ ກະຊວງປ້ອງກັນປະເທດຫວຽດນາມ ຈະເອົາໃຈໃສ່, ສົມທົບກັນໜູນຊ່ວຍສະຫະພັນນັກຮົບເກົ່າລາວ ໃນຫຼາຍຂົງເຂດ, ໃນການເຄື່ອນໄຫວວຽກງານ.
ໂດຍ: ເຈິ່ນຮວ່ຽນ