leftcenterrightdel
ສະຫາຍພົນໂທ ຫງວຽນເຕິນເກືອງ ພົບປະກັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ພາບ:  qdnd.vn

ທີ່ການພົບປະ, ສະຫາຍ ທອງລຸນ ສີສຸລິດ ຕີລາຄາສູງການຢ້ຽມຢາມຂອງສະຫາຍພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າ ກອງທັບສອງປະເທດ ປຽບເໝືອນອ້າຍນ້ອງໃນຄອບຄົວດ່ຽວກັນ, ຍາມໃດກໍ່ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນໍາກັນ, ຄຽງບ່າຄຽງໄລ່ໃນຕະຫຼອດວິວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ.

ສະຫາຍ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ, ຜ່ານການຢ້ຽມຢາມຂອງສະຫາຍພົນໂທ ຫງວຽນເຕິນເກືອງ, ບັນດາເນື້ອໃນ ແລະໂຄງການຮ່ວມມືລະຫວ່າງກົມໃຫຍ່ເສນາທິການ ແລະກອງທັບສອງປະເທດ ຈະນັບມື້ນັບແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ສະຫາຍພົນໂທ ຫງວຽນເຕິນເກືອງ ພົບປະກັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ພາບ:  qdnd.vn

ສ່ວນສະຫາຍພົນໂທ ຫງວຽນເຕິນເກືອງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນເລື່ອງຮັກສາ ແລະເສີມຂະຫຍາຍສາຍພົວພັນແບບພິເສດ, ສັດຊື່ບໍລິສຸດລະຫວ່າງ ຫວຽດນາມ-ລາວ ຢ່າງບໍ່ຢຸດຢ້ັງ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ແລະໄດ້ຮັບຜົນງານອັນຍິ່ງໃຫຍ່ກວ່າເກົ່າໃນກິດຈະການປ່ຽນແປງໃໝ່, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ຕາມເສັ້ນທາງສັງຄົມນິຍົມ ສຳເລັດຜົນ.

* ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ສະຫາຍພົນໂທ ຫງວຽນເຕິນເກືອງ ໄດ້ມີການພົບປະກັບສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍພົນໂທ ຫງວຽນເຕິນເກືອງ. ພາບ: qdnd.vn

ທີ່ການພົບປະ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກເຖິງການຊ່ວຍເຫຼືອຂອງຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ທີ່ມີຕໍ່ປະເທດ ແລະກອງທັບປະຊາຊົນລາວ. ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນ ສອງປະເທດ ຈະສືບຕໍ່ຄົ້ນຄວ້າ, ກໍາແໜ້ນສະພາບການ, ເປັນເສນາທິການໃຫ້ການນຳຂັ້ນສູງກ່ຽວກັບເນື້ອໃນ, ຂົງເຂດຮ່ວມມື, ສົມທົບກັນຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນ.

leftcenterrightdel
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ສະຫາຍພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍບັນດາຜູ້ແທນ ທີ່ການຕ້ອນຮັບ. ພາບ: qdnd.vn

ສະຫາຍພົນໂທ ຫງວຽນເຕິນເກືອງ ຢືນຢັນວ່າ, ສອງຝ່າຍຈະສືບຕໍ່ຮັກສາທ່າພັດທະນາຮອບດ້ານ, ແທດຈິງ ແລະມີປະສິດທິຜົນ; ພ້ອມທັງລົງເລິກປຶກສາຫາລືແຜນການຜັນຂະຫຍາຍເນື້ອໃນຈຸດສຸມການຮ່ວມມື ເຊິ່ງການນຳຂັ້ນສູງສອງປະເທດ ມອບໃຫ້ສອງກະຊວງປ້ອງກັນປະເທດ ຜັນຂະຫຍາຍປະຕິບັດ; ພ້ອມທັງຫວັງວ່າ ລັດຖະບານລາວ ແລະສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຈະສືບຕໍ່ສະໜັບສະໜູນບັນດາວິສາຫະກິດຫວຽດນາມ, ໃນນັ້ນມີວິສາຫະກິດກອງທັບ ລົງທຶນ ແລະດຳເນີນທຸລະກິດຢູ່ລາວ.

ໂດຍ: ທູຈາງ