ຫວຽດນາມ - ອັງກິດ ດໍາເນີນການເຈລະຈານະໂຍບາຍປ້ອງກັນຊາດ ຄັ້ງທີ 4
ກປ.ອອນໄລ - ຕອນບ່າຍວັນທີ 29 ມີນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານນາງ Goldie DL, ຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ແລະໄອແລນເໜືອ ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອັງກິດ ຄັ້ງທີ 4.
    |
 |
ສອງຝ່າຍແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ ທີ່ການເຈລະຈາ. ພາບ: qdnd.vn |
ທີ່ການເຈລະຈາ, ສອງຝ່າຍຢັ້ງຢືນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ພົ້ນເດັ່ນໃນບັນດາຂົງເຂດ: ການແລກປ່ຽນຄະນະຜູ້ແທນ; ການຮ່ວມມືບໍາລຸງກໍ່ສ້າງເປັນຕົ້ນແມ່ນການບໍາລຸງສ້າງພາສາຕ່າງປະເທດ; ຮັກສາສັນຕິພາບ ສປຊ; ອຸດສາຫະກໍາປ້ອງກັນຊາດ, ຄວາມໝັ້ນຄົງໃນການເດີນທະເລ; ອຸທົກກະສາດ, ແລກປ່ຽນວິຊາການສຶກສາ ແລະປ້ອງກັນ, ຕ້ານການຄ້າມະນຸດ. ເບິ່ງລວມແລ້ວ, ສອງຝ່າຍໄດ້ຜັນຂະຫຍາຍການພົວພັນຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມເອົາໃຈໃສ່ຂອງແຕ່ລະຝ່າຍ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອັງກິດ, ສ້າງຄວາມເຊື່ອໝັ້ນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໂລກ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນໃຫ້ທ່ານນາງ Goldie DL, ຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ແລະໄອແລນເໜືອ. ພາບ: qdnd.vn |
ບົນພື້ນຖານຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ, ສອງຝ່າຍສະເໜີທິດທາງຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສືບຕໍ່ປະຕິບັດການແລກປ່ຽນຄະນະຜູ້ແທນ; ສືບຕໍ່ຜັນຂະຫຍາຍຂົງເຂດຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເໝາະສົມກັບເອກະສານ ແລະຂໍ້ຕົກລົງສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມ.
ກ່ຽວກັບການຮ່ວມມືບໍາລຸງສ້າງ, ຫວຽດນາມ ປາດຖະໜາຢາກໃຫ້ຝ່າຍອັງກິດ ໜູນຊ່ວຍຍົກສູງຄວາມສາມາດວິຊາສະເພາະໃນຂົງເຂດເຊິ່ງຝ່າຍອັງກິດ ມີທ່າແຮງຄື ຄວາມໝັ້ນຄົງທາງອິນເຕີແນັດ, ອຸທົກກະສາດ, ທະຫານເຮືອ...
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານນາງ Goldie DL, ຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ແລະໄອແລນເໜືອ ພ້ອມດ້ວຍຄະນະຜູ້ແທນ. ພາບ: qdnd.vn |
ກ່ຽວກັບການຮ່ວມມືຮັກສາສັນຕິພາບ ສປຊ, ກະຊວງປ້ອງກັນປະເທດຫວຽດນາມ ສະເໜີຝ່າຍອັງກິດ ສືບຕໍ່ເອົາໃຈໃສ່ໜູນຊ່ວຍເພື່ອສ້າງ ແລະປະຕິບັດແຜນຮ່າງນໍາສູນຝຶກແອບອົບຮົມຮັກສາສັນຕິພາບຫວຽດນາມ ຂຶ້ນສູ່ລະດັບພາກພື້ນ ແລະສາກົນ; ຍົກສູງກໍາລັງຄວາມສາມາດໃຫ້ກໍາລັງວິຊາສະເພາະ; ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າຕໍາແໜ່ງຂັ້ນສູງ ທີ່ຄະນະປະຕິບັດງານ ແລະສໍານັກງານຂອງ ສປຊ.
ກ່ຽວກັບການຮ່ວມມືໃນຂົງເຂດອຸດສາຫະກໍາປ້ອງກັນຊາດ, ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດປ້ອງກັນຊາດຂອງອັງກິດ ມາແນະນໍາຜະລິດຕະພັນ, ຊອກຮູ້ວິວັດການຊື້ບັນດາຜະລິດຕະພັນປ້ອງກັນຊາດ ກໍ່ຄືຄວາມຕ້ອງການ, ທ່າແຮງຂອງກັນເພື່ອຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນບົນພື້ນຖານເໝາະສົມກັບກົດໝາຍ, ທຳນຽມສາກົນ ແລະຄວາມຕ້ອງການ, ຄວາມສາມາດຂອງແຕ່ລະຝ່າຍ.
ໂດຍ: ທູຈາງ