ໄຊຊະນະ “ຮ່າໂນ້ຍ-ດຽນບຽນຝູເທິງອາກາດ” ທ້າຍປີ 1972 ແມ່ນໜຶ່ງໃນບັນດາວິລະກຳອັນຍິ່ງໃຫຍ່ຂອງຊາດຫວຽດນາມ ໃນປະຫວັດສາດແຫ່ງການຕໍ່ສູ້ສັດຕູຕາງດ້າວ, ທັບມ້າງການບຸກໂຈມຕີທາງອາກາດຍຸດທະສາດທີ່ີມີຊື່ວ່າ Linebacker II ຂອງພວກຈັກກະພັດອາເມລິກາ ໃຈດຳອຳມະຫິດຢາກ “ນຳນະຄອນຫຼວງຮ່າໂນ້ຍ ໃຫ້ຕົກເຂົ້າຍຸກສະໄໝເຄື່ອງຫີນ”; ບັງຄັບໃຫ້ອໍານາດການປົກຄອງອາເມລິກາ ຢຸດຕິການຖິ້ມລະເບີດທຳລາຍພາກເໜືອຫວຽດນາມ, ລົງນາມໃນສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ຫວຽດນາມ ຄືນໃໝ່, ຖອນທະຫານກັບຄືນປະເທດ; ສ້າງບາດລ້ຽວປະຫວັດສາດເພື່ອໃຫ້ກອງທັບ ແລະປະຊາຊົນຫວຽດນາມ ນຳພາລະກິດຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ ກ້າວໄປສູ່ໄຊຊະນະຢ່າງສົມບູນ.

leftcenterrightdel
ເຮືອບິນ B-52 ຖືກຍິງຕົກຢູ່ໜອງຫຶວຕຽບ (ຕາແສງງອັກຮ່າ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ). ພາບ: ສຳນັກຂ່າວສານຫວຽດນາມ.

ເຄິ່ງສັດຕະວັດໄດ້ຜ່ານພົ້ນໄປແຕ່ວ່ານັກຊ່ຽວຊານການທະຫານຫຼາຍຄົນໃນໂລກກຳລັງຄົ້ນຄວ້າ, ອະທິບາຍກ່ຽວກັບກຳລັງແຮງທີ່ສ້າງໄຊຊະນະບໍ່ເຄີຍມີມາກ່ອນຂອງຊາດຫວຽດນາມ. ເພື່ອນມິດສາກົນໄດ້ເວົ້າເຖິງໄຊຊະນະນີ້ເມື່ອໄດ້ພົບປະ, ແລກປ່ຽນກັບຄົນຫວຽດນາມ. ສິ່ງນີ້ໄດ້ເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມເອກອ້າງທະນົງໃຈ!

ໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູ ທາງອາກາດ” ແມ່ນສ້າງມາຈາກຫຼາຍສາເຫດ, ແຕ່ວ່າສິ່ງສຳຄັນກວ່າໝູ່ແມ່ນວິໄສທັດຍຸດທະສາດ, ແຜນນະໂຍບາຍຖືກຕ້ອງ, ມີການນຳພາທີ່ປີຊາສາມາດ, ສະຫຼາດສ່ອງໃສຂອງປະທານໂຮ່ຈີມິນ, ກົມການເມືອງ, ຄະນະພັກການທະຫານສູນກາງ, ໄດ້ຄາດຄະເນໄວ້ແຕ່ຫົວທີ່, ແຕ່ໄກ ແລະເປັນເຈົ້າການຜັນຂະຫຍາຍທຸກວຽກງານກະກຽມ, ຍ້ອນວ່່າ “ພວກຈັກກະພັດອາເມລິກາ ຈະນຳໃຊ້ B-52 ມາຖິ້ມລະເບີດໃສ່ຮ່າໂນ້ຍ, ຫຼັງຈາກນັ້ນພວກມັນບໍ່ຊະນະຈຶ່ງຍອມຈຳນົນ”. ນັ້ນແມ່ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງເພື່ອນມິດສາກົນ; ການຊີ້ນຳ, ນຳພາທີ່ມີຄວາມປີຊາສາມາດຂອງກອງບັນຊາການ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໄດ້ສ້າງທ່າຮົບທົ່ວປວງຊົນປ້ອງກັນອາກາດ, ສີລະປະບັ້ນຮົບປ້ອງກັນອາກາດທີ່ເປັນເອກະລັກສະເພາະ, ເສີມຂະຫຍາຍປະສິດທິຜົນຂອງທຸກກຳລັງ ແລະອາວຸດຍຸດໂທປະກອນ. ພິເສດ, ປັດໄຈຕັດສິນຕົ້ນຕໍແມ່ນຈິດໃຈຕັດສິນໃຈສູ້ຮົບ, ຕັດສິນໃຈຍາດເອົາໄຊຊະນະ, ເຈດຈຳນົງສູ້ຮົບຢ່າງພິລະອາດຫານ, ສະຫຼາດສະຫຼຽວ, ປະດິດສ້າງ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອຊາດຂອງກອງທັບ ແລະປະຊາຊົນຫວຽດນາມ, ໄດ້ຍິງເຮືອບິນ B-52 ຫຼາຍສິບລໍາຕົກ” ເຮັດໃຫ້ວົງການທະຫານອາເມລິກາ ກໍ່ຕ້ອງສະທ້ານຢ້ານກົວ, ເຄົາລົບນັບຖື. ສະຫຼຸບລວມແລ້ວ, ວິລະກຳມີໜຶ່ງບໍ່ມີສອງນັ້ນແມ່ນສັນຍາລັກຂອງຄຸນນະທາດ, ສະຕິປັນຍາ ແລະລັດທິວິລະຊົນປະຕິວັດຫວຽດນາມ!

ເມື່ອຫວນຄືນວິລະກຳທີ່ດັງກ້ອງກັງວານຢູ່ທ້ອງຟ້າຮ່າໂນ້ຍກ່ອນໜ້ານີ້ເຄິ່ງສັດຕະວັດເພື່ອໃຫ້ພວກເຮົາເຂົ້າໃຈກວ່າກ່ຽວກັບຄຸນຄ່າຂອງສັນຕິພາບ, ເອກະລາດ, ປະເທດຊາດທີ່ເປັນເອກະພາບ; ເຊິ່ງບໍ່ສາມາດຫຼົງລື່ມໄດ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ໃສແຈ້ງຂອງເພື່ອນມິດສາກົນ; ເພີ່ມຄວາມເຄົາລົບນັບຖື, ຕອບບຸນແທນຄຸນໃຫ້ແກ່ຜູ້ພິລະອາດຫານທີ່ໄດ້ສ້າງວິລະກຳຍິ່ງໃຫຍ່. ພິເສດ, ເພື່ອໃຫ້ທົ່ວປວງຊົນທັງຊາດຫວຽດນາມ ຈົດຈຳ, ເສີມຂະຫຍາຍຈິດໃຈ, ຄຸນທາດ, ສະຕິປັນຍາ ແລະລັດທິວິລະຊົນປະຕິວັດໄປຕະຫຼອດການ; ໝູນໃຊ້ບົດຮຽນອັນລ້ຳຄ່າກ່ຽວກັບໄຊຊະນະໃນເມື່ອກ່ອນເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນວັນນີ້ຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນ, ສ້າງຜົນສຳເລັດໃໝ່, ໃຫ້ສົມກັບຄຸນງາມຄວາມດີອັນໃຫຍ່ຫຼວງຂອງຄົນຮຸ່ນກ່ອນ.

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ກໍານົດສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່, ນຳປະເທດພັດທະນາໄວ ແລະຍືນຍົງຢ່າງຮອບດ້ານ, ຄົບຊຸດເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ”; ພ້ອມທັງຢັ້ງຢືນວ່າ ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດແມ່ນໜ້າທີ່ຈຸດສຸມ, ເປັນປະຈຳຂອງພັກ, ລັດ, ລະບົບການເມືອງ ແລະທົ່ວປວງຊົນ, ໃນນັ້ນ, ກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນແມ່ນຫຼັກແຫຼ່ງແກ່ນສານ, ດ້ວຍທິດນຳເດັດຂາດ, ຢຶດໝັ້ນຕໍ່ການປົກປັກຮັກສາປະເທດຊາດຕິດພັນກັບການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ, ເປັນເຈົ້າການປົກປັກຮັກສາປະເທດຊາດແຕ່ຫົວທີ່, ແຕ່ໄກ...

ເສີມຂະຫຍາຍມູນເຊື້ອກອງທັບວິລະຊົນຂອງຊາດວິລະຊົນ, ເຊື່ອມຊຶມບັນດາບົດຮຽນອັນລ້ຳຄ່າ ແລະຄຸນທາດ, ເຈດຈຳນົງຕໍ່ສູ້ຢ່າງພິລະອາດຫານ, ສະຫຼາດສະຫຼຽວ, ປະດິດສ້າງຂອງກອງທັບ ແລະປະຊາຊົນຫວຽດນາມ ທີ່ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ “ຮ່າໂນ້ຍ-ດ້ຽນບຽນຝູເທິງອາກາດ”, ພະນັກງານ, ນັກຮົບກອງທັບຍາມໃດກໍ່ຍົກສູງຈິດໃຈລະວັງຕົວປະຕິວັດ, ຮັບປະກັນຮັກສາທ່າເປັນເຈົ້າການຢ່າງເປັນປົກກະຕິ, ພ້ອມແລ້ວທີ່ຈະສູ້ຮົບຍາດເອົາຊະນະໃນທຸກກໍລະນີ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ, ໜ້າທີ່ກໍ່ສ້າງກອງທັບ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຮຽກຮ້ອງນັບມື້ນັບສູງ, ທະຫານ, ກຳມະກອນ, ລັດຖະກອນປ້ອງກັນຊາດແຕ່ລະຄົນຕ້ອງມານະພະຍາຍາມສູ້ຊົນເພື່ອຍົກລະດັບຕົວເອງ, ຍົກລະດັບກົມກອງ, ຮ່ວມເຈດຈຳນົງກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ສຳເລັດທຸກໜ້າທີ່ບໍວ່າຢູ່ໃນເງື່ອນໄຂ, ສະຖານະການໃດກໍ່ຕາມ.

ສ້າງວິລະກຳ, ສ້າງຜົນສຳເລັດໃໝ່ຕ້ອງໃຫ້ກາຍເປັນຄວາມມຄາດຫວັງໃນການດຳລົງຊີວິດຂອງຄົນຫວຽດນາມ ແຕ່ລະຄົນໃນວັນນີ້, ເພື່ອອະນາຄົດຍັງມີຄວາມເອກອ້າງທະນົງໃຈ, ເຕືອນຄວາມຈຳ!

ໂດຍ: ແສງເດືອນ