ໂຮງໝໍກອງທັບແຖວໜ້າຂອງຫວຽດນາມ-ລາວ ສອງແຫ່ງເຊັນເອກະສານການຮ່ວມມື ປີ 2023
ກປ.ອອນໄລ - ຕອນບ່າຍວັນທີ 23 ພະຈິກ, ໂຮງໝໍກອງທັບ 108 ກອງທັບປະຊາຊົນຫວຽດນາມ ແລະໂຮງໝໍກອງທັບ 103 ກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີເຊັນເອກະສານການຮ່ວມມື ປີ 2023.
ປີ 2023, ການຮ່ວມມືລະຫວ່າງໂຮງໝໍກອງທັບສອງແຫ່ງດັ່ງກ່າວບັນລຸໄດ້ໝາກຜົນດີຫຼາຍຢ່າງ. ໂຮງໝໍກອງທັບ 108 ໄດ້ຈັດສົ່ງຄະນະນັກຊ່ຽວຊານໄປໜູນຊ່ວຍກ່ຽວກັບດ້ານວິຊາສະເພາະ, ຖ່າຍຖອດເຕັກໂນໂລຢີຊ່ວຍໂຮງໝໍກອງທັບ 103 ຂອງກອງທັບປະຊາຊົນລາວ ເພື່ອຍົກສູງຄຸນນະພາບການກວດ ແລະປິ່ນປົວພະຍາດ; ຮັບພະນັກງານຂອງປະເທດເພື່ອນມາຝຶກງານຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ; ສ້າງທຸກເງື່ອນໄຂສະດວກ, ຈັດຕັ້ງການກວດພະຍາດ, ປະຖົມພະຍາບານ, ປິ່ນປົວພະຍາດໃຫ້ການນຳຂັ້ນສູງຂອງພັກ, ລັດ, ກອງທັບປະຊາຊົນລາວຫຼາຍສະຫາຍ; ຈັດສົ່ງນັກຊ່ຽວຊານໄປກວດ ແລະປິ່ນປົວພະຍາດໃຫ້ພະນັກງານການນຳຂັ້ນສູງຂອງປະເທດເພື່ອນລາວ...
    |
 |
ການນຳໂຮງໝໍກອງທັບແຖວໜ້າຂອງຫວຽດນາມ-ລາວ ສອງແຫ່ງເຊັນເອກະສານການຮ່ວມມື. ພາບ: ງອັກເຮີນ. |
ທີ່ພິທີເຊັນເອກະສານການຮ່ວມມື, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງຕັ້ງໜ້າ, ສຸມໃສ່ເນື້ອໃນ: ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ຄົ້ນຄວ້າວິທະຍາສາດ; ຈັດຕັ້ງຄະນະນັກຊ່ຽວຊານໜູນຊ່ວຍດ້ານວິຊາສະເພາະ; ກວດ, ປິ່ນປົວພະຍາດໃຫ້ພະນັກງານ, ປະຊາຊົນລາວ ຢູ່ໂຮງໝໍກອງທັບ 108...
ໂດຍ: ແສງເດືອນ