leftcenterrightdel
ທ່ານ Dato Paduka Seri Haji Muhammad Haszaimi Bin Bol Hassan, ຜູ້ບັນຊາການກອງທັບລາດຊະວົງບຣູໄນ ຕ້ອນຮັບທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກວດແຖວກຽດຕິຍົດ ທີ່ພິທີຕ້ອນຮັບ. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບ, ກ່າວຄໍາເຫັນທີ່ການພົບປະເຈລະຈາ, ຜູ້ບັນຊາການກອງທັບລາດຊະວົງບຣູໄນ ໃຫ້ຮູ້ວ່າ ການຢ້ຽມຢາມມີຄວາມໝາຍສໍາຄັນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການຮ່ວມມືລະຫວ່າງກອງທັບສອງປະເທດໃຫ້ຫຼາຍກວ່າອີກ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ບຣູໄນ ເຊິ່ງການນໍາສອງປະເທດ ໄດ້ກໍານົດໄວ້.

leftcenterrightdel
ການນໍາຂອງກອງທັບສອງປະເທດ ພ້ອມດ້ວຍບັນດາຜູ້ແທນທີ່ພິທີຕ້ອນຮັບ. ພາບ: qdnd.vn
leftcenterrightdel
ການນໍາສອງຄະນະ ແລກປ່ຽນເນື້ອໃນການຮ່ວມມືສໍາຄັນຫຼາຍຢ່າງ. ພາບ: qdnd.vn

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ: ບົນພື້ນຖານຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2005, ການຮ່ວມມືລະຫວ່າງກອງທັບສອງປະເທດໄດ້ຮັບການຜັນຂະຫຍາຍໃນຂົງເຂດຕ່າງໆ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາລວມຂອງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣູໄນ. ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນສູງໄດ້ຮັບຄວາມເອົາໃຈໃສ່ຈາກສອງຝ່າຍ, ການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼ່ົາຮົບ... ບັນລຸໄດ້ໝາກຜົນສໍາຄັນ.

leftcenterrightdel
ການນໍາສອງຄະນະມອບຂອງຂວັນທີ່ລະນຶກ. ພາບ: qdnd.vn

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ການນໍາສອງທ່ານ ກໍ່ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍ, ເນື້ອໃນ ແລະຈະຜັນຂະຫຍາຍໃຫ້ບັນດາອົງການທີ່ມີພາລະບົດບາດ ຂອງສອງປະເທດຈັດຕັ້ງປະຕິບັດ.

*ຕອນບ່າຍວັນດຽວກັນ, ທ່ານພົນໂທ ຫງວຽນເຕິນເກືອງ ແລະຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສູນຝຶກແອບອະເນກປະສົງຂອງກອງທັບລາດຊະວົງບຣູໄນ. ນີ້ແມ່ນສູນຝຶກແອບກ່ຽວກັບຂົງເຂດທາງອາກາດ, ກູ້ໄພກູ້ຊີບ, ການຄຸ້ມຄອງວິກິດການ... ທັງຢູ່ໃນກອງທັບ ແລະນອກກອງທັບ ຂອງກອງທັບລາດຊະວົງບຣູໄນ.

ໂດຍ: ທູຈາງ