leftcenterrightdel
 ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພັນເອກ Anupon Naksut. ພາບ: ຮວ່າງຫວູ

ໂດຍເນັ້ນໜັກວ່າ ຫວຽດນາມ ແລະໄທ ແມ່ນສອງປະເທດສະມາຊິກອາຊຽນ ມີການພົວພັນມິດຕະພາບອັນດີງາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດໃນການພັດທະນາການພົວພັນກັບໄທ; ປາດຖະໜາຢາກນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ນັບມື້ນັບພັດທະນາໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ໃນສະພາບການປີ 2023 ເປັນຂີດໝາຍ 10 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ-ໄທ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ບັນດາທ່ານທີ່ປຶກສາທູດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍເນື້ອໃນການຮ່ວມມື ເຊິ່ງສອງຝ່າຍໄດ້ຕົກລົງ, ສຸມໃສ່ຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນລະດັບສູງ; ຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ໄທ ຄັ້ງທີ 4 ໃຫ້ປະສົບຜົນສໍາເລັດ; ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ; ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ; ເພີ່ມທະວີການຮ່ວມມືກໍ່ສ້າງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ,  ບັນດາທີ່ປຶກສາທູດໄທ ແລະຜູ້ແທນທີ່ການຕ້ອນຮັບ ແລະເຮັດວຽກ. ພາບ: ຮວ່າງຫວູ

ຕາງໜ້າໃຫ້ບັນດາທີ່ປຶກສາທູດ, ທ່ານພັນເອກ Anupon Naksut, ທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະທະຫານບົກ ໄທ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຈະສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ໄທ ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ໃຫ້ນັບມື້ນັບພັດທະນາກວ່າອີກ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ໂດຍໃຫ້ຮູ້ວ່າ ຝ່າຍ ໄທ ຈະສົ່ງຄະນະຜູ້ແທນມາເຂົ້າຮ່ວມງານວາງສະແດງການປ້ອງກັນຊາດສາກົນຫວຽດນາມ 2022 ໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງຢູ່ຮ່າໂນ້ຍ ໃນເດືອນທັນວາ ຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ