ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 1 ເດືອນ ແນໃສ່ບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ ແລະວິທີການຄົ້ນຄວ້າຍຸດທະສາດປ້ອງກັນຊາດ, ຍຸດທະສາດການທະຫານໃຫ້ພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ. ຜ່ານຊຸດຝຶກອົບຮົມ, ບັນດານັກສໍາມະນາກອນມີໂອກາດຄົ້ນຄວ້າ, ຮໍ່າຮຽນ, ແລກປ່ຽນບົດຮຽນກັບພະນັກງານ, ຄູອາຈານຂອງສະຖາບັນຍຸດທະສາດປ້ອງກັນຊາດຫວຽດນາມ, ພ້ອມທັງໄປຄົ້ນຄວ້າຕົວຈິງຢູ່ບາງກົມກອງ.

leftcenterrightdel
ສະຫາຍພັນໂທ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ. ພາບ: ເຈິ່ນຮວ່ຽນ

ສະຫາຍພັນໂທ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າ ບັນດານັກສໍາມະນາກອນຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ, ກຳແໜ້ນເນື້ອໃນທີ່ໄດ້ຮັບການຝຶກອົບຮົມເພື່ອນຳເອົາຄວາມຮູ້ມາຮັບໃຊ້ກອງທັບ ແລະປະເທດຊາດ, ພ້ອມທັງສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ, ສອງກອງທັບຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ