leftcenterrightdel
ສະຫາຍພົນຕີ ຫງວຽນຈ້ອງບິ່ງ ຕ້ອນຮັບສະຫາຍພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ. ພາບ: qdnd.vn

ທີ່ການຕ້ອນຮັບ, ສະຫາຍພົນຕີ ຫງວຽນຈ້ອງບິ່ງ ຕີລາຄາສູງການຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດຫວຽດນາມ ແລະວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຢ່າງມີປະສິດທິຜົນ ແລະແທດຈິງໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນສະພາບການທີ່ພະຍາດໂຄວິດ-19 ຜັນແປຢ່າງສັບສົນ; ສະຫາຍເນັ້ນໜັກວ່າ ການບໍາລຸງສ້າງຊັບພະຍາກອນມະນຸດ ຍາມໃດກໍ່ກໍານົດແມ່ນບັນຫາມີຄວາມໝາຍຍຸດທະສາດຍາວນານໃນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ. ໃນໄລຍະຈະມາເຖິງ, ສະຫາຍພົນຕີ ຫງວຽນຈ້ອງບິ່ງ ສະເໜີໃຫ້ສອງວິທະຍາຄານ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂົງເຂດວິຊາສະເພາະທີ່ຕົນເອງຮັບຜິດຊອບ, ສຸມໃສ່ຮັກສາການແລກປ່ຽນຄະນະຜູ້ແທນ, ຍົກສູງຄຸນນະພາບການບຳລຸງສ້າງ, ຝຶກອົບຮົມ, ໜູນຊ່ວຍການສ້າງໂຄງການບໍາລຸງສ້າງ.

leftcenterrightdel
ສະຫາຍພົນຕີ ຫງວຽນຈ້ອງບິ່ງ ມອບຂອງຂວັນທີ່ລະນຶກໃຫ້ສະຫາຍພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ. ພາບ: qdnd.vn

ສ່ວນສະຫາຍພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະຜ່ານມາ ຍາມໃດກໍ່ໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ການຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ວິທະຍາຄານປ້ອງກັນຊາດຫວຽດນາມ. ສະຫາຍພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນກັບວິທະຍາຄານປ້ອງກັນຊາດຫວຽດນາມ, ໂດຍເນັ້ນໜັກວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃຫ້ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ