ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສາຍພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໃນໄລຍະຜ່ານມາເຊິ່ງໄດ້ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈໍາວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2011, ຖະແຫຼງການວິໄສທັດຮ່ວມວ່າດ້ວຍສາຍພົວພັນດ້ານປ້ອງກັນຊາດທີ່ໄດ້ລົງນາມໃນປີ 2015 ແລະບັນລຸໄດ້ໝາກຜົນຕັ້ງໜ້າໃນບັນດາຂົງເຂດ, ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເຈລະຈາ, ທາບທາມຄໍາເຫັນ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ການກໍ່ສ້າງ, ກູ້ໄພກູ້ຊີບ, ຮັກສາສັນຕິພາບ ສປຊ, ການແພດທະຫານ...

ໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປາດຖະໜາວ່າ, ກະຊວງການຕ່າງປະເທດອາເມລິກາ ຈະສືບຕໍ່ສະແດງທັດສະນະຕໍ່ກັບສະພາແຫ່ງຊາດ ແລະລັດຖະບານອາເມລິກາ ສະໜັບສະໜູນບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດທີ່ພວມຜັນຂະຫຍາຍລະຫວ່າງສອງປະເທດ, ສຸມໃສ່ການໃຫ້ບຸລິມະສິດໜູນຊ່ວຍງົບປະມານໃຫ້ແກ່ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ໜູນຊ່ວຍແຫຼ່ງກໍາລັງໃຫ້ແກ່ການຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຫວຽດນາມ; ສືບຕໍ່ເອົາໃຈໃສ່ໜູນຊ່ວຍຫວຽດນາມ ຍົກສູງກໍາລັງຄວາມສາມາດຮັກສາສັນຕິພາບ ສປຊ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານນາງ Wendy Sherman. ພາບ: ແຄ໊ງເງິນ.

ສ່ວນທ່ານນາງ Wendy Sherman  ໄດ້ຢັ້ງຢືນຄືນໃໝ່ວ່າ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນພື້ນຖານໃນສາຍພົວພັນສອງປະເທດ; ທ່ານນາງຕີລາຄາສູງຕໍ່ເນື້ອໃນເຊິ່ງສອງຝ່າຍໄດ້ຮ່ວມມື, ລວມມີການແກ້ໄຂ, ກຳຈັດມົນລະພິດດີໂອຊີນ; ເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ໜູນຊ່ວຍຄົນພິການຫວຽດນາມ; ພ້ອມທັງສະແດງຄວາມປາດຖະໜາວ່າ ໃນການພົວພັນດ້ານປ້ອງກັນຊາດສອງຝ່າຍ, ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ກ່ຽວກັບການກໍ່ສ້າງ, ຮັກສາສັນຕິພາບ ສປຊ...

ໂດຍ: ທູຈາງ