ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະມີບົດກ່າວປາໄສສໍາຄັນ.

leftcenterrightdel
 ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນເອກ Nem Sowat, ຫົວໜ້າກົມໃຫຍ່ນະໂຍບາຍ ແລະການຕ່າງປະເທດ, ກະຊວງປ້ອງກັນປະເທດກໍາປູເຈຍ ຕີລາຄາສູງ ແລະສະແດງຄວາມຂອບໃຈມາຍັງບັນດາປະເທດອາຊຽນ ທີ່ໃຫ້ຄຳໝັ້ນສັນຍາ ແລະຄວາມມານະພະຍາຍາມລວມ ກໍ່ຄືການໜູນຊ່ວຍຂອງບັນດາປະເທດຄູ່ຮ່ວມມືແນໃສ່ພ້ອມກັນຊຸກຍູ້ການຮ່ວມມືແທດຈິງໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+).

leftcenterrightdel
 ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ;  ພ້ອມທັງສະແດງຄວາມປາດຖະໜາວ່າບັນດາປະເທດຈະແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ ກໍຄືບັນດາຫຼັກການພື້ນຖານຂອງອາຊຽນ.

ກ່ຽວກັບບັນຫາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັ້ກວ່າ ນີ້ແມ່ນບັນຫາສຳຄັນຂອງບັນດາປະເທດຢູ່ພາກພື້ນ ແລະປະຊາຄົມອາຊຽນ. ຍ້ອນແນວນັ້ນ, ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະຊຸກຍູ້ການລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ, ແທດຈິງ ແລະມີປະສິດທິຜົນແມ່ນບັນຫາຈຳເປັນໃນປະຈຸບັນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ມານະພະຍາຍາມແກ້ໄຂທຸກຄວາມບໍ່ລົງລອຍກັນຢູ່ທະເລໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ  ພ້ອມກັບບັນດາຫົວໜ້າຄະນະເຂົ້າຮ່ວມ ADSOM+ ເຂົ້າຢ້ຽມຂໍ່ານັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn.

ກ່ອນໄຂກອງປະຊຸມ ADSOM+, ບັນດາຫົວໜ້າຄະນະເຂົ້າຮ່ວມ ADSOM+ ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ.

ໂດຍ: ຍືທ້າວ