ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນປະເທດກໍາປູເຈຍ ແລະສິງກະໂປ ກ່ອນຈັດກອງປະຊຸມ ADSOM ແລະ ADSOM+.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນເອກ Nem Sowat ທີ່ການພົບປະສອງຝ່າຍໃນຕອນບ່າຍວັນທີ 16 ພຶດສະພາ.  ພາບ: ທູຈາງ.

ທີ່ການພົບປະກັບທ່ານພົນເອກ Nem Sowat, ຫົວໜ້າກົມໃຫຍ່ນະໂຍບາຍ ແລະການຕ່າງປະເທດ, ກະຊວງປ້ອງກັນປະເທດກໍາປູເຈຍ, ສອງຝ່າຍຕີລາຄາສູງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ, ພິເສດແມ່ນຜົນສໍາເລັດຂອງກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດຫວຽດນາມ-ກໍາປູເຈຍ ຄັ້ງທີ 5 ແລະການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີໜຶ່ງທີ່ຜ່ານມາ... ຫົວໜ້າຄະນະຜູ້ແທນສອງທ່ານ ເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາເນື້ອໃນໃນແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2022 ລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ, ພິເສດແມ່ນບັນດາເນື້ອໃນ ເຊິ່ງລັດຖະມົນຕີສອງທ່ານ ພົບປະເຈລະຈາ ແລະເປັນເອກະພາບທີ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຄັ້ງທີໜຶ່ງຜ່ານມາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນເພື່ອໃຫ້ກໍາປູເຈຍ ດໍາລົງຕໍາແໜ່ງປະທານອາຊຽນ 2022 ສໍາເລັດຜົນ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບທ່ານ Chan Heng Kee ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ. ພາບ: ທູຈາງ.

ທີ່ການພົບປະກັບທ່ານ Chan Heng Kee ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ, ສອງຝ່າຍຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ດີງາມລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ ແລະສິງກະໂປ, ສະແດງອອກໃຫ້ເຫັນຜ່ານການຜັນຂະຫຍາຍຫຼາຍເນື້ອໃນຮ່ວມມືທີ່ແທດຈິງ, ພິເສດແມ່ນໃນສະພາບການທີ່ ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານ ເຊັນສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ເມື່ອເດືອນກຸມພາ ປີ 2022. ນີ້ເປັນເອກະສານສໍາຄັນ, ສ້າງຂອບການຮ່ວມມືອັນເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນລະຫວ່າງກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ ໃນໄລຍະຈະມາເຖິງ. ກໍທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການປຶກສາຫາລື, ສະໜັບສະໜູນ ເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ ເຊິ່ງສອງຝ່າຍເປັນສະມາຊິກ; ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍ ໂດຍແຕ່ລະຝ່າຍເປັນເຈົ້າພາບຈັດຕັ້ງ; ພ້ອມທັງສົ່ງຄໍາເຊື້ອເຊີນຂອງທ່ານລັດຖະມົນຕີ ຟານວັນຢາງ ເຖິງ ທ່ານລັດຖະມົນຕີ Ng Eng Hen ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ ໃນປີ 2022.

ໂດຍ: ໄຊຊະນະ