ເຖິງວ່າພຽງດໍາເນີນໃນເກືອບໜຶ່ງວັນກໍ່ຕາມ, ແຕ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນສອງປະເທດ. ຜົນສຳເລັດຂອງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ຢັ້ງຢືນປະສິດທິຜົນຂອງການເຄື່ອນໄຫວນີ້ໃນການເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນ ແລະກຳລັງປົກປັກຮັກສາຊາຍແດນຫວຽດນາມ ແລະກໍາປູເຈຍ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ປະກອບສ່ວນນໍາການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບກໍາປູເຈຍ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ພ້ອມທັງປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ກໍາປູເຈຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ອຳລາທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn.
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສົ່ງທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ ພ້ອມດ້ວຍຄະນະ ກັບຄືນປະເທດ. ພາບ: qdnd.vn.

ພວກເຮົາ ຍິ່ງມີຄວາມເອກອ້າງທະນົງໃຈ ແລະເຊື່ອໝັ້ນວ່າເຖິງວ່າສະພາບການໂລກ ແລະພາກພື້ນມີການປ່ຽນແປງຄືແນວໃດກໍ່ຕາມ, ແຕ່ສອງປະເທດ, ສອງຊາດຫວຽດນາມ ແລະກໍາປູເຈຍ ຈະເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງ ແລະເພີ່ມພູນຄູນສ້າງສາຍພົວພັນນີ້ໃຫ້ພັດທະນາອັນດີງາມ, ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ ແລະປະຊາຊົນກຳປູເຈຍ.

ໂດຍ: ເຈິ່ນຮວ່ຽນ