ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ຕີລາຄາວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ, ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ. ບົນພື້ນຖານບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານສອງປະເທດ ວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງເຈົ້າໜ້າທີ່ປ້ອງກັນຊາດ ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ເຊິ່ງໄດ້ລົງນາມໃນປີ 2010 ແລະຖະແຫຼງການວິໄສທັດຮ່ວມລະຫວ່າງສອງກະຊວງປ້ອງກັນປະເທດວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2017 – 2022, ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ ຄື: ການພົບປະເຈລະຈາ, ປຶກສາຫາລື, ແລກປ່ຽນຄະນະຜູ້ແທນ... ພິເສດ, ແຕ່ທ້າຍປີ 2019 ມາຮອດປະຈຸບັນ, ພະຍາດໂຄວິດ-19 ໄດ້ກະທົບ, ສົ່ງຜົນສະທ້ອນເຖິງການຜັນຂະຫຍາຍບັນດາເນື້ອໃນຮ່ວມມືກໍ່ຕາມ, ແຕ່ເບິ່ງລວມແລ້ວ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຍັງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້, ບັນລຸໄດ້ບາງໝາກຜົນຢ່າງແທດຈິງ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ Prabowo Subianto ໄດ້ເຫັນດີສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ ບົນພື້ນຖານບັນດາເອກະສານຮ່ວມມືດ້ານປ້ອງກັນຊາດ ເຊິ່ງລັດຖະບານ ແລະກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມແລ້ວ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກເຈລະຈາ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ...

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢືນຢັນຄວາມຈຳເປັນຂອງການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະປະຕິບັດສຳເລັດການເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະແທດຈິງໂດຍໄວ, ສອດຄ່ອງກັບກົດໝາຍສາກົນ.

ໂດຍ: ທະນາພອນ