ໃນຊຸມວັນຕົ້ນເດືອນພຶດສະພາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ  ແລະກະຊວງອຸດສາຫະກຳ ແລະການຄ້າລາວ ພວມມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອພັດທະນາການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດກວ່າອີກ, ພາຍຫຼັງການຢ້ຽມຢາມ ແລະເຮັດວຽກຢູ່ລາວ ຂອງທ່ານ ຫງວຽນຮົ່ງຢຽນລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ສອງຝ່າຍສືບຕໍ່ມີຫຼາຍວຽກງານທີ່ແທດຈິງເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືສອງຝ່າຍຫວຽດນາມ-ລາວ ເຊິ່ງການນຳຂັ້ນສູງສອງປະເທດ, ເຊິ່ງໂດຍກົງແມ່ນນາຍົກລັດຖະມົນຕີສອງປະເທດ ໄດ້ເຫັນດີເປັນເອກະພາບໃນຂົງເຂດການຄ້າ, ອຸດສາຫະກຳ ແລະພະລັງງານ...

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ພາບ: ຟ້າມຮວ່າງກວນ.

ສື່ມວນຊົນຂະແໜງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີລາວ ມີຄວາມເອົາໃຈໃສ່ ແລະປາດຖະໜາວ່າກະຊວງອຸດສາຫະກຳ ແລະການຄ້າສອງປະເທດ ມານະພະຍາຍາມເພື່ອໃຫ້ສິນຄ້າຫວຽດນາມ, ໂດຍສະເພາະແມ່ນສິນຄ້າບໍລິໂພກ, ສະບຽງອາຫານປະເພດຕ່າງໆທີ່ມີຄຸນນະພາບສູງຂອງຫວຽດນາມ ມີໜ້າຢູ່ຕະຫຼາດລາວຫຼາຍກວ່າອີກ. ແລະພາຍຫຼັງກັບເມືອປະເທດ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫງວຽນຮົ່ງຢຽນ ໄດ້ມີການຊີ້ນຳຢ່າງຕັ້ງໜ້າ, ມີປະສິດທິຜົນ ເພື່ອໃຫ້ການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດພັດທະນາກວ່າອີກ, ການຮ່ວມມືໃນຂົງເຂດພະລັງງານມີຄວາມໝາຍທີ່ສຸດໃນສະພາບຕ່ອງໂສ້ການສະໜອງທົ່ວໂລກຖືກຂາດຕິດຂາດຕອນ.

ປະຈຸບັນການແລກປ່ຽນດ້ານການຄ້າກໍ່ແມ່ນການແລກປ່ຽນໃນການຮ່ວມມື, ມິດຕະພາບ, ແມ່ນສາຍເຊືອກຮັດແໜ້ນນ້ຳໃຈສາມັກຄີມິດຕະພາບແບບພິເສດທີ່ຫາຍາກລະຫວ່າງສອງປະເທດອ້າຍນ້ອງກວ່າອີກ. ບັນດາໝາກຜົນບັນລຸໄດ້ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມສູງສຸດຂອງສອງປະເທດເພື່ອປະຕິບັດໜ້າທີ່, ເປົ້າໝາຍທີ່ໄດ້ວາງອອກ.

ປີ 2021 ການນຳຂັ້ນສູງວາງຕົວເລກຄາດໝາຍວົງເງິນການຄ້າຫວຽດນາມ-ລາວ ເພີ່ມຂຶ້ນປະມານ 10%, ແຕ່ວ່າຄວາມຈິງແລ້ວວົງເງິນການຄ້າສອງປະເທດຫວຽດນາມ-ລາວ ບັນລຸ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020. ຫວ່າງມໍ່ໆມານີ້, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ພ້ອມກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ສະແດງຄວາມຕັດສິນໃຈເພື່ອສູ້ຊົນນຳວົງເງິນການຄ້າສອງຝ່າຍຂອງສອງປະເທດບໍ່ພຽງແຕ່ບັນລຸລະດັບ 2 ຕື້ໂດລາສະຫະລັດ ເທົ່ານັ້ນ ຫາກຍັງລື່ນກາຍລະດັບ 2 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງໂດຍໄວ.

ໝາກຜົນອັນດີງາມດັ່ງກ່າວອີກເທື່ອໜຶ່ງສະແດງໃຫ້ເຫັນແຜນນະໂຍບາຍອັນຖືກຕ້ອງຂອງພັກ, ລັດເຮົາຕໍ່ບັນຫາເຊື່ອມໂຍງເສດຖະກິດກັບສາກົນ. ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ປີ 2001 ໄດ້ກໍານົດແຜນນະໂຍບາຍ “ເປັນເຈົ້າການເຊື່ອມໂຍງກັບສາກົນ ແລະພາກພື້ນ”. ໃນສະພາບການຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່, ຕົ້ນເດືອນພະຈິກ 2016, ກອງປະຊຸມ ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປະກາດໃຊ້ມະຕິສະບັບເລກທີ 06-NQ/TW ກ່ຽວກັບການປະຕິບັດວິວັດທະນາການເຊື່ອມໂຍງເສດຖະກິດກັບສາກົນໃຫ້ມີປະສິດທິຜົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ- ສັງຄົມ. ຈົນຮອດເດືອນກັນຍາ 2018, ທ່ານນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງສະບັບເລກທີ 26/CT-TTg ກ່ຽວກັບເນື້ອໃນຍູ້ແຮງການເຊື່ອມໂຍງເສດຖະກິດກັບສາກົນຕາມທິດມີປະສິດທິຜົນ, ປະສິດທິພາບກວ່າອີກ.

ພັກ, ລັດເຮົາ ກໍ່ດຳເນີນການປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວເຊື່ອມໂຍງເສດຖະກິດກັບສາກົນເປັນປະຈຳ. ໃນທິດທາງ, ໜ້າທີ່ອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະໃນຊຸມປີຕໍ່ໄປ, ມະຕິຂອງພັກ ໄດ້ຊີ້ແຈ້ງວ່າ: “ຫັນຈຸດສຸມຂອງນະໂຍບາຍດຶງດູດ, ຮ່ວມມືລົງທຶນຕ່າງປະເທດຈາກຈຳນວນໃຫ້ເປັນຄຸນນະພາບ; ໃຫ້ບູລິມະສິດບັນດາໂຄງການທີ່ມີເຕັກໂນໂລຢີທັນສະໄໝ, ເຕັກໂນໂລຢີ ແລະມູນຄ່າເພີ່ມສູງ, ຮູບການຄຸ້ມຄອງທັນສະໄໝ, ມີການກະທົບແບບແຜ່ຂະຫຍາຍ, ເຊື່ອມຕໍ່ກັບພາກສ່ວນເສດຖະກິດພາຍໃນປະເທດ”.

ກະຊວງອຸດສາຫະກຳ ແລະການຄ້າ ແມ່ນອົງການໄດ້ຮັບພາລະບົດບາດຄຸ້ມຄອງລັດ ກ່ຽວກັບການເຊື່ອມໂຍງເສດຖະກິດໂລກ, ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ຕັ້ງໜ້າ, ເປັນເຈົ້າການ, ບັນລຸປະສິດທິຜົນສູງໃນການປະຕິບັດໜ້າທີ່ນີ້.

ໃນຂະນະນັ້ນ, ບັນດາອິດທິກຳລັງປໍລະປັກ, ພວກປະຕິການ, ສວຍໂອກາດການເມືອງຍາມໃດກໍ່ເສກສັກປັ້ນແຕ່ງ, ບິດເບື່ອນ, ຕູ່ຫາ, ມ້າງເພທຳລາຍຫວຽດນາມ ໃນຂົງເຂດເຊື່ອມໂຍງເສດຖະກິດກັບສາກົນ. ເຂົາເຈົ້າເສກສັນປັ້ນແຕ່ງ, ມ້າງເພທຳລາຍແນວທາງ, ແຜນນະໂຍບາຍ, ນະໂຍບາຍ, ຄວາມສາມາດບົ່ມຊ້ອນກໍ່ຄືສະພາບຕົວຈິງແຫ່ງການເຊື່ອມໂຍງເສດຖະກິດກັບສາກົນຂອງຫວຽດນາມ. ຊ້ຳບໍ່ໜຳເຂົາເຈົ້າຍັງຊອກຫາວິທີມ້າງເພທຳລາຍຫວຽດນາມ ເຊັນ, ຮ່ວມມືກັບສາກົນ. ຫວ່າງມໍ່ໆມານີ້, ເຂົາເຈົ້າເສກສັນປັ້ນແຕ່ງສາຍພົວພັນລະຫວ່າງຫວຽດນາມ ກັບປະເທດບ້ານໃກ້ເຮືອນຄຽງຖານອ້າຍນ້ອງແມ່ນປະເທດ ສປປ ລາວ, ເຂົາເຈົ້າປະຕິເສດຜົນດ້ານການຄ້າລະຫວ່າງສອງປະເທດບໍ່ຮັບປະກັນຄຸນນະພາບ, ຖືວ່າການພົວພັນດ້ານການຄ້າລະຫວ່າງສອງປະເທດຈະມືດມົວຍ້ອນເສດຖະກິດຫວຽດນາມ ພວມຊຸດໂຊມ...

ຄວາມຈິງແລ້ວປະຫວັດສາດຫວຽດນາມ ແລະລາວ ໄດ້ພິສູດໃຫ້ເຫັນວ່ານັ້ນແມ່ນບັນດາການກະທຳມ້າງເພທຳລາຍບໍ່ມີພື້ນຖານ, ຜິດກັບຄວາມຈິງ. ຍ້ອນວ່ານັບແຕ່ດົນນານມານີ້, ການພົວພັນສອງປະເທດຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບການຢັ້ງຢືນວ່າແມ່ນການພົວພັນມິດຕະພາບແບບພິເສດ. ນີ້ແມ່ນການພົວພັນບໍລິສຸດຜຸດຜ່ອງ, ການຮ່ວມມືຮອບດ້ານ, ມິດຕະພາບທັງເປັນສະຫາຍ, ທັງເປັນອ້າຍນ້ອງ ເຊິ່ງພັກ, ລັດ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ຮັກສາ ແລະພັດທະນາ.

ໃນໄລຍະສັນຕິພາບສ້າງສາປະເທດ, ພັກ, ລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນມິດຕະພາບຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວສ້າງສາປະເທດໃຫ້ນັບມື້ນັບພັດທະນາຮັ່ງມີເຂັ້ມແຂງ.

ດ້ວຍມະຕິ, ແຜນນະໂຍບາຍພ້ອມກັບການຊີ້ນຳ, ນຳພາຢ່າງຖືກຕ້ອງຂອງສອງພັກ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ປະຊາຊົນສອງປະເທດໄດ້ເພີ່ມທະວີການສ້າງສາພັດທະນາການພົວພັນອັນດີງາມລະຫວ່າງສອງຝ່າຍ. ປະຈຸບັນ, ຫວຽດນາມ ມີກວ່າ 400 ໂຄງການ, ຍອດຈຳນວນທຶນໃຫ້ຄຳໝັ້ນສັນຍາແມ່ນກວ່າ 5 ຕື້ໂດລາສະຫະລັດ ແມ່ນປະເທດລົງທຶນໃຫຍ່ອັນດັບທີ 3 ໃນຈຳນວນບັນດາປະເທດ ແລະເຂດແຄວ້ນລົງທຶນເຂົ້າ ສປປ ລາວ. ຄວາມໄວ້ເນື້ອເຊື່ອໃຈ ແລະອິດທິພົນຊື່ສຽງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ເພີ່ມທະວີ, ພັດທະນາຢ່າງດີງາມກວ່າ...

ການພົວພັນຮ່ວມມືຫວຽດນາມ-ລາວ ຍັງພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ; ສອງປະເທດສືບຕໍ່ດຳເນີນບັນດາມາດຕະການເພື່ອຍົກສູງລະດັບເສົາຄ້ຳຮ່ວມມືເສດຖະກິດໃຫ້ສົມກັບການພົວພັນແບບພິເສດຫວຽດນາມ-ລາວ, ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ສິ່ງດັ່ງກ່າວຍິ່ງສະແດງໃຫ້ເຫັນວ່ານັ້ນແມ່ນທິດທາງທີ່ຖືກຕ້ອງ.

ໃນນັ້ນ, ກະຊວງອຸດສາຫະກຳ ແລະການຄ້າສອງປະເທດ ໄດ້ ແລະພວມເຮັດບົດບາດຊຸກຍູ້ການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດກວ່າອີກ, ຕັ້ງໜ້າປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງປະເທດຄືດັ່ງຄຳເວົ້າຂອງປະທານໂຮ່ຈີມິນທີ່ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ/ ຫຼາຍນ້ຳໃຫຍ່ ແລະໂຄກຄ້ອຍ ຂວາງຂັ້ນກໍ່ດຸ່ງໄປ/ສອງຊາດລາວ-ຫວຽດໄດ້ຝັງຄວາມຮັກຢູ່ໃນໃຈ/ ຮົ່ງຮາທັງແມ່ຂອງບໍ່ເລິກປຸນປານໄດ້”

ໂດຍ: ແສງເດືອນ