ນັກຂ່າວ: ຂໍຮຽນສະຫາຍ, ເປັນຄັ້ງທໍາອິດທີ່ຫວຽດນາມ ຈັດກອງຊ່າງແສງເຂົ້າຮ່ວມພາລະກໍາຮັກສາສັນຕິພາບສະຫະປະຊາຊາດ. ໂດຍເປັນຜູ້ນໍາໜ້າເປີດທາງ, ກອງຊ່າງແສງເລກ 1 ໄດ້ກໍານົດໜ້າທີ່ຄືແນວໃດແດ່?

ພັນຕີ ຫງວຽນກວາງຕວ໊ຽນ: ພວກຂ້າພະເຈົ້າຍາມໃດກໍ່ກໍານົດວ່າແມ່ນຜູ້ນໍາໜ້າຊອກຫາ, ເປີດທາງໃນຂົງເຂດເຄື່ອນໄຫວໃໝ່ ແນ່ນອນວ່າຈະປະສົບກັບຄວາມຫຍຸ້ງຍາກ, ລໍາບາກ. ດ້ວຍຄຸນທາດຂອງທະຫານທີ່ໄດ້ຝຶກຝົນຫຼໍ່ຫຼອມ, ເປັນຕົ້ນແມ່ນທະຫານຊ່າງແສງ “ໄປກ່ອນກັບຄືນຫຼັງ” ຍາມໃດກໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ອັນຕະລາຍ, ໜ້າທີ່ຮັກສາສັນຕິພາບ ສປຊ ເຖິງວ່າແມ່ນສິ່ງທ້າທາຍກໍ່ຕາມ, ແຕ່ກໍ່ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງຂອງພວກຂ້າພະເຈົ້າ.

ບັນດາພະນັກງານ, ພາລະກອນທີ່ໄດ້ເລືອກເຟັ້ນໃນກອງຊ່າງແສງເລກ 1 ແມ່ນບັນດາຜູ້ທີ່ມີຄຸນທາດການເມືອງທີ່ໝັ້ນແກ່ນ, ມີລະດັບວິຊາ ສະເພາະສູງ, ມີປະສົບການໃນການປະຕິບັດງານ ແລະມີເວລາກະກຽມຮອບຄອບຖີ່ຖ້ວນ. ພວກຂ້າພະເຈົ້າໄດ້ປະກອບບັນດາພາຫະນະ, ລົດຈັກທັນສະໄໝຮັບປະກັນປະຕິບັດບັນດາວຽກງານພິເສດສະເພາະຢູ່ບໍລິເວນ. ພວກຂ້າພະເຈົ້າຍາມໃດກໍ່ເຊື່ອໝັ້ນວ່າ ເຖິງວ່າປະຕິບັດໜ້າທີ່ຢູ່ຫ່າງໄກປະເທດ ຫຼືບໍ່ວ່າຢູ່ບ່ອນໃດ, ທະຫານຊ່າງແສງພວກຂ້າພະເຈົ້າຍາມໃດກໍ່ຮັກສາມູນເຊື້ອ “ເປີດທາງໄຊຊະນະ” ຂອງທະຫານຊ່າງແສງຫວຽດນາມ ວິລະຊົນໄວ້.

leftcenterrightdel
ພັນຕີ ຫງວຽນກວາງຕວ໊ຽນ ຫົວໜ້າການເມືອງກອງຊ່າງແສງເລກ 1. ພາບ: qdnd.vn.

ນັກຂ່າວ: ຂໍຮຽນສະຫາຍ, ເຄື່ອງສຳພາລະເຂົ້າຮ່ວມພາລະກໍາສາກົນ ຂອງທະຫານຊ່າງແສງຮັກສາສັນຕິພາບສະຫະປະຊາຊາດ ມີອັນໃດພິເສດບໍ?

ພັນຕີ ຫງວຽນກວາງຕວ໊ຽນ: ນັ້ນແມ່ນຄວາມອົງອາດກ້າແກ່ນ, ຄວາມພິລະອາດຫານຕໍ່ໜ້າຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍ ແລະພິເສດ ແມ່ນມູນເຊື້ອ “ເປີດທາງໄຊຊະນະ” ຂອງທະຫານຊ່າງແສງ. ກໍ່ຄືທະຫານໝວກເບເລສີຟ້າຂອງຫວຽດນາມ ທີ່ເຂົ້າຮ່ວມພາລະກໍາຮັກສາ ສັນຕິພາບສະຫະປະຊາຊາດ, ເຄື່ອງສຳພາລະທີ່ຂາດບໍ່ໄດ້ຂອງພວກຂ້າພະເຈົ້າ ນັ້ນແມ່ນຄຸນນະທາດດີງາມຂອງທະຫານລຸງໂຮ່. ເມື່ອ ເຂົ້າຮ່ວມພາລະກໍາສາກົນ, ພວກຂ້າພະເຈົ້າ ປາດຖະໜາຢາກແຜ່ຂະຫຍາຍຈິດໃຈມະນຸດຊາດ, ຄວາມເມດຕາຂອງທະຫານໝວກເບເລສີຟ້າ ສະຫະປະຊາຊາດ. ສະນັ້ນ, ນອກຈາກກະກຽມໜ້າທີ່ວິຊາການປະກອບສ່ວນໃຫ້ການເຄື່ອນໄຫວຮັກສາສັນຕິພາບເວົ້າລວມເປັນຢ່າງດີແລ້ວ, ພວກຂ້າພະເຈົ້າກໍ່ກຽມພ້ອມເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວມະນຸດສະທໍາ, ໜູນຊ່ວຍປະຊາຊົນຢູ່ສະຖານທີ່ຕັ້ງທັບເພື່ອໃຫ້ເຂົາເຈົ້າມີການດໍາລົງຊີວິດດີງາມກວ່າເກົ່າ. ຜ່ານນັ້ນ, ປະກອບສ່ວນພ້ອມກັບກໍາລັງຮັກສາສັນຕິພາບຂອງຫວຽດນາມ ໂຄສະນາເຜີຍແຜ່ກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ, ເຕັມໄປດ້ວຍມູນເຊື້ອຮັກແພງຊ່ວຍເຫຼືອກັນ.

ນັກຂ່າວ: ຂໍຮຽນສະຫາຍ, ໜ້າທີ່ຂອງຫົວໜ້າການເມືອງທີ່ກົມກອງຄືກອງຊ່າງແສງ ເລກ 1, ເມື່ອປະຕິບັດໜ້າທີ່ຢູ່ບໍລິເວນທີ່ຫຍຸ້ງຍາກ, ຫ່າງໄກປະເທດຊາດ ຈະຕ້ອງປະເຊີນໜ້າກັບສິ່ງທະທາຍໃດແດ່?

ພັນຕີ ຫງວຽນກວາງຕວ໊ຽນ: ເມື່ອໄດ້ຮັບໜ້າທີ່ເປັນຫົວໜ້າການເມືອງກອງຊ່າງແສງ ເລກ 1, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະເອກອ້າງທະນົງໃຈເມື່ອໄດ້ປະຕິບັດໜ້າທີ່ສໍາຄັນ ແລະເປັນກຽດສະຫງ່າຄືດັ່ງກ່າວ.

ຄືດັ່ງພວກເຮົາໄດ້ຮູ້ແລ້ວວ່າ, ຫົວໜ້າການເມືອງແມ່ນເຈົ້າພາບຈັດການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃນກົມກອງຕ່າງໆ. ກອງຊ່າງແສງ ເທົ່າກັບຂັ້ນກອງພັນໃຫຍ່, ມີພະນັກງານ, ພາລະກອນ 184 ຄົນ, ທີ່ເຄື່ອນໄຫວເປັນເອກະລາດ, ຫ່າງໄກປະເທດຊາດ ແລະໄກຈາກການນໍາພາ, ການບັນຊາໂດຍກົງ ຂອງຫົວໜ້າທຸກຂັ້ນ, ຫ່າງໄກຈາກການຊີ້ນໍາ, ການແນະນໍາໂດຍກົງຂອງອົງການວິຊາການ. ດ້ວຍຈຳນວນພະນັກງານ, ພາລະກອນຫຼາຍຄືແນວນັ້ນ ແຕ່ມີຫົວໜ້າການເມືອງພຽງຜູ້ດຽວ, ເລື່ອງຜັນຂະຫຍາຍການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ, ກໍ່ສ້າງກົມກອງມີສະຖຽນລະພາບ, ສາມັກຄີເປັນເອກະພາບ ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສໍາລັບຂ້າພະເຈົ້າ ກໍ່ຄືຜູ້ບັນຊາຂອງກົມກອງ. ເຖິງຢ່າງໃດກໍ່ຕາມ ດໍາເນີນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງບໍ່ພຽງແຕ່ແມ່ນວຽກງານຂອງພະນັກງານການເມືອງເທົ່ານັ້ນ, ຫາກຍັງແມ່ນວຽກງານຂອງໝົດທຸກຄົນໃນກົມກອງ. ພວກຂ້າພະເຈົ້າ ໄດ້ຮ່ວມດຳລົງຊີວິດ, ຝຶກຝົນຫຼໍ່ຫຼອມນໍາກັນໃນໄລຍະຍາວ, ທຸກຄົນ ລ້ວນແຕ່ພະຍາຍາມເສີມຂະຫຍາຍບົດບາດ,  ປະຕິບັດພາລະໜ້າທີ່, ຄວາມຮັບຜິດຊອບຂອງຕົນເປັນຢ່າງດີ ດ້ວຍຄວາມຮັບຜິດຊອບສູງສຸດ.  ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວ, ເຖິງວ່າຈະຢູ່ບ່ອນໃດ, ເວລາໃດ, ວຽກງານຈະຫຍຸ້ງຍາກຄືແນວໃດກໍ່ປະສົບຜົນສໍາເລັດໃນທຸກໜ້າທີ່ວຽກງານ.

ນັກຂ່າວ: ວັນອອກທາງໄປປະຕິບັດໜ້າທີ່ຢູ່ເຂດ Abyei  ຂອງກອງຊ່າງແສງເລກ 1 ໃກ້ຈະມາຮອດແລ້ວ, ຂໍສະຫາຍ ແບ່ງປັນຄວາມຮູ້ສຶກຂອງຕົນ?

ພັນຕີ ຫງວຽນກວາງຕວ໊ຽນ: ຕາມການຄາດຄະເນແລ້ວ, ພວກຂ້າພະເຈົ້າຈະອອກເດີນທາງໃນເດືອນພຶດສະພາ ຈະມາເຖິງ. ດ້ວຍທຸກສິ່ງທຸກ ຢ່າງທີ່ພວກຂ້າພະເຈົ້າໄດ້ປະກອບໃນຊຸດຝຶກອົບຮົບກ່ອນທີ່ຈະຜັນຂະຫຍາຍໜ້າທີ່, ພ້ອມດ້ວຍການສະໜັບສະໜູນ, ຄວາມເອົາໃຈໃສ່ຈາກ ທຸກຂັ້ນ, ທຸກຂະແໜງການ, ກອງຊ່າງແສງເລກ 1 ມີຄວາມກະຕືລືລົ້ນລໍຄອຍວັນອອກເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບສາກົນ, ອຸທິດກໍາລັງຂອງຕົນປະກອບສ່ວນເຊີດຊູພາບພົດປະເທດຫວຽດນາມ ແລະກອງທັບໃນເວທີສາກົນ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ທູຈາງ