ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນຕີ ວົງຄຳ ພົມມະກອນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນປະທານຮ່ວມການພົບປະເຈລະຈາ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ກ່າວຄຳເຫັນໄຂການພົບປະເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ: ການພົບປະເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ລາວ ຄັ້ງທີ 2 ມີຄວາມໝາຍສຳຄັນທີ່ສຸດໃນສະພາບການຈັດຕັ້ງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 1. ເນື້ອໃນແລກປ່ຽນທີ່ການພົບປະເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ລາວ ຄັ້ງທີ 2 ຈະໄດ້ລາຍງານຢູ່ທີ່ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ເນື່ອງໃນໂອກາດການພົບປະແລກປ່ຽນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ ການພົບປະເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 2 ຈະດຳເນີນໄປຢ່າງກົງໄປກົງມາ, ເປີດອົກເປີດໃຈ ແລະຈິງໃຈບົນຈິດໃຈການພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ.

ສ່ວນທ່ານພົນຕີ ວົງຄຳ ພົມມະກອນ ເນັ້ນໜັກວ່າ ການພົບປະເຈລະຈາຄັ້ງນີ້ ສືບຕໍ່ສະແດງໃຫ້ເຫັນຄວາມສະໜິດຕິດພັນຢ່າງໝັ້ນແກ່ນລະຫວ່າງສອງປະເທດ. ການພົບປະເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ລາວ ຄັ້ງທີ 2 ດຳເນີນໄປໃນສະພາບການທີ່ສອງປະເທດພວມຕັ້ງໜ້າປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງພັກ ແລະບັນລຸໄດ້ໝາກຜົນທີ່ເປັນໜ້າສົ່ງເສີມ.

ທີ່ການພົບປະເຈລະຈາ, ສອງຝ່າຍຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ລາວ ໃນໄລຍະຜ່ານມາ; ຢືນຢັນວ່າ: ເຖິງວ່າໂລກລະບາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນກໍ່ຕາມ, ແຕ່ສອງຝ່າຍຍັງໄດ້ສົມທົບກັນຢ່າງຕັ້ງໜ້າ ແລະຜັນຂະຫຍາຍບັນດາເນື້ອໃນຂອງແຜນການຮ່ວມມືປີ 2021 ທີ່ກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມເປັນຢ່າງດີ. ສອງຝ່າຍໄດ້ແລກປ່ຽນສະພາບການໂລກ ແລະພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ໃນນັ້ນ, ອາຊຽນ ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການເຈລະຈາ ແລະການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ແລະກໍ່ຄືກັບຄູ່ຮ່ວມມືພາຍນອກ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດສອງປະເທດຖ່າຍຮູບລວມ. ພາບ: qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ໃນນັ້ນສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຮັກສາປະສິດທິຜົນຂອງກົນໄກຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນປະຈຸບັນ, ຄື: ການພົບປະເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ກອງປະຊຸມຕ່າງໆລະຫວ່າງກອງບັນຊາການທະຫານຊາຍແດນ, ບັນດາທະຫານເຂດຕິດກັບຊາຍແດນຂອງຫວຽດນາມ ກັບບັນດາກົມກອງທຽບເທົ່າຂອງປະເທດລາວ; ກໍ່ສ້າງ, ຝຶກອົບຮົມພະນັກງານ; ຊຸກຍູ້ການຮ່ວມມືດ້ານພະລາທິການ-ເຕັກນິກ, ເຕັກໂນໂລຢີ-ຂໍ້ມູນຂ່າວສານ, ວຽກງານພັກ ແລະວຽກງານການເມືອງ.

ໂດຍ: ທະນາພອນ