ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນລາວ ນໍາໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມການພົບປະແລກປ່ຽນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: Qdnd.vn.

ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 1, ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ເຄົາລົບຫຼັກໝາຍຊາຍແດນ, ເປັນສັກຂີພິຍານການລາດຕະເວນຮ່ວມຂອງກໍາລັງປ້ອງກັນຊາຍແດນສອງປະເທດ, ຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກຮຽນລາວ ແລະຫວຽດນາມ... ລັດຖະມົນຕີປ້ອງກັນປະເທດຂອງສອງປະເທດພົບປະເຈລະຈາ ແລະລົງນາມໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ແລະການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດໃນໄລຍະຈະມາເຖິງ.

leftcenterrightdel
ພິທີສົ່ງຄະນະຜູ້ແທນຫວຽດນາມ ຢູ່ດ່ານສາກົນລາວບາວ ມາລາວ ເຂົ້າຮ່ວມກິດຈະກຳຕ່າງໆໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 1. ພາບ: Qdnd.vn.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນປະທານຮ່ວມການພົບປະເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ລາວ ຄັ້ງທີ 2, ວັນທີ 11 ທັນວາ. ພາບ: qdnd.vn

ໂດຍ: ທະນາພອນ