ບັນດາກົມກອງໄດ້ຝຶກຊ້ອມ ແລະກວດຜ່ານເນື້ອໃນ ຄື: ຜັນຂະຫຍາຍສໍານັກບັນຊາຂອງກໍາລັງໜູນຊ່ວຍມະນຸດສະທໍາ  ແລະກູ້ຊ່ວຍດ້ານການແພດ; ຝຶກແອບການສົມທົບກັນລະຫວ່າງກໍາລັງແພດທະຫານສອງປະເທດ; ຝຶກຊ້ອມໃນຕົວຈິງ.

leftcenterrightdel
ກໍາລັງແພດທະຫານຂອງສອງປະເທດ ເຂົ້າຮ່ວມການກວດຜ່ານເນື້ອໃນຝຶກຊ້ອມ. ພາບ:qdnd.vn.

ການຝຶກຊ້ອມໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍດ້ານການແພດລະຫວ່າງກອງທັບສອງປະເທດ ຫວຽດນາມ-ຈີນ ເພື່ອແນໃສ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງ ແລະແທດຈິງກວ່າອີກ ລະຫວ່າງກອງທັບສອງປະເທດ; ພ້ອມທັງຍົກສູງກໍາລັງຄວາມສາມາດໃນການບັນຊາ, ສົມທົບກັນໃນວຽກງານກູ້ຊ່ວຍດ້ານການແພດ ແລະປ້ອງກັນ, ຕ້ານພະຍາດ; ວຽກງານປະສານງານ ແລະຜັນຂະຫຍາຍໜູນຊ່ວຍມະນຸດສະທໍາສາກົນລະຫວ່າງກໍາລັງແພດທະຫານຂອງສອງປະເທດ.

ໂດຍ: ທູຈາງ