ຫວຽດນາມ ສະເໜີຕົວກອງຊ່າງແສງເລກ 1 ຮັກສາສັນຕິພາບ ສປຊ ແລະໂຮງໝໍກາງສະໜາມ ຂັ້ນ 2 ເລກ 4
ກປ.ອອນໄລ - ຕອນເຊົ້າວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງພິທີສະເໜີຕົວກອງຊ່າງແສງເລກ 1 ແລະໂຮງໝໍກາງສະໜາມ ຂັ້ນ 2 ເລກ 4 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນຳ. ເຂົ້າຮ່ວມຍັງມີທ່ານພົນຕີ ຟຸ່ງສີເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ສຳລັບຝ່າຍສາກົນ, ມີຜູ້ຕາງໜ້າຂອງສະຖານທູດ ແລະທູດປ້ອງກັນຊາດປະເທດຕ່າງໆ: ອົດສະຕາລີ, ອາເມລິກາ, ການາດາ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ ແລະສະຫະພັນລັດເຊຍ ປະຈຳ ຫວຽດນາມ.
|
|
ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຂໍ້ຕົກລົງສ້າງຕັ້ງກອງຊ່າງແສງເລກ 1 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 4. ພາບ: qdnd.vn. |
|
|
ສະມາຊິກຂອງກອງຊ່າງແສງເລກ 1 ທີ່ພິທີສະເໜີຕົວ. ພາບ: qdnd.vn. |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກົມກອງຕັ້ງໜ້າປະຕິບັດວຽກງານກະກຽມໃຫ້ສຳເລັດທຸກດ້ານຕໍ່ກັບກອງຊ່າງແສງເລກ 1 ແລະໂຮງໝໍກາງສະໜາມ 2.4 ຕອບສະໜອງມາດຕະຖານຕ່າງໆຂອງ ສປຊ. ໂຮງໝໍກາງສະໜາມ 2.4 ຕ້ອງເອົາໃຈໃສ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ກອງຊ່າງແສງເລກ 1 ເອົາໃຈໃສ່ວຽກງານຊີ້ນໍາ, ນໍາພາ, ບໍລິຫານກົມກອງ, ທັກສະຂຸດຄົ້ນ, ນຳໃຊ້ວັດຖຸອຸປະກອນ, ຮັບປະກັນຄວາມປອດໄພ, ສຸຂະພາບຂອງທະຫານຢູ່ບໍລິເວນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຊີ້ນໍາວ່າ ຕ້ອງຍູ້ໄວຄວາມຄືບໜ້າໃນການກະກຽມທຸກດ້ານກ່ຽວກັບນິຕິກຳ, ເຊັນບົດບັນທຶກຊ່ວຍຈຳກັບ ສປຊ ກ່ຽວກັບການຜັນຂະຫຍາຍກອງຊ່າງແສງເລກ 1 ກ່ອນທີ່ຈະສົ່ງກຳລັງເຖິງຄະນະປະຕິບັດງານກຳລັງປ້ອງກັນຄວາມສະຫງົບຊົ່ວຄາວຂອງ ສປຊ ປະຈຳ Abyei (UNISFA).
ໂດຍ: ແສງເດືອນ