ທີ່ການຕ້ອນຮັບ, ທ່ານພົນໂທ ເລຮຸຍວິ້ງ ຢັ້ງຢືນວ່າ ແຜນນະໂຍບາຍສືບຕໍ່ເພີ່ມທະວີການພົວພັນຮ່ວມມືທີ່ມີປະສິດທິຜົນກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບູລິມະສິດສຳຄັນໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ທ່ານພົນໂທ ເລຮຸຍວິ້ງ ຕີລາຄາສູງບົດບາດຂອງສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ແລະໃນນາມສ່ວນຕົວຂອງທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຫວຽດນາມ-ສະຫະພັນລັດເຊຍ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ, ເຕັກນິກການທະຫານສວມບົດບາດສຳຄັນ.

leftcenterrightdel
ທ່ານພົນໂທ ເລຮຸຍວິ້ງ ຕ້ອນຮັບທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich. ພາບ: ເຟືອງລິງ.

ທ່ານພົນໂທ ເລຮຸຍວິ້ງ ແລະທ່ານເອກອັກຄະລັດຖະທູດ Bezdetko Gennady Stepanovich ໄດ້ແລກປ່ຽນກ່ຽວກັບໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງຊຸກຍູ້ເນື້ອໃນຮ່ວມມືຈຸດສຸມໃນໄລຍະຈະມາເຖິງ.

ໂດຍ: ຄຳສີ