ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ ໃນເກືອບ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ໂດຍສະເພາະແມ່ນນັບແຕ່ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນ ຫວຽດນາມ-ສ.ເກົາຫຼີ ນັບມື້ນັບພັດທະນາຢ່າງແຮງ. ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຕີລາຄາສູງການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ສ.ເກົາຫຼີ ຄັ້ງທີ 9 ແລະຄວາມມານະພະຍາຍາມ, ຜົນງານການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາ. ທ່ານລັດຖະມົນຕີ ຟານວັນຢາງ ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຂອງສອງປະເທດ ຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືຢ່າງມີປະສິດທິຜົນ ແລະແທດຈິງໃນຫຼາຍຂົງເຂດ, ໃນນັ້ນສຸມໃສ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກົນໄກເຈລະຈາຂັ້ນຮອງລັດຖະມົນຕີ ແລະການປຶກສາຫາລືຂັ້ນເຮັດວຽກ, ບໍາລຸງສ້າງພະນັກງານ, ການເຂົ້າຮ່ວມຮັກສາສັນຕິພາບຂອງສະຫະປະຊາຊາດ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Park Jae-min ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ. ພາບ: qdnd.vn.

ທ່ານ Park Jae-min ເນັ້ນໜັກວ່າ ໃນເກືອບ 30 ປີຜ່ານມາ, ການພົວພັນ ສ.ເກົາຫຼີ-ຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຂົງເຂດຕ່າງໆ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານ Park Jae-min ໄດ້ແຈ້ງໃຫ້ທ່ານລັດຖະມົນຕີ ຟານວັນຢາງ ຮັບຊາບກ່ຽວກັບຜົນການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ສ.ເກົາຫຼີ. ທ່ານ Park Jae-min ຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດລະຫວ່າງສ.ເກົາຫຼີ ແລະຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ