ເຂດເຮືອນມິດຕະພາບຢູ່ສະໜາມຝຶກຊ້ອມ Alabino, ສະຫະພັນລັດເຊຍ ໃນວັນທີ 30 ສິງຫາ ມີຄວາມຟົດຟ້ືນກວ່າມື້ປົກກະຕິ. ຍ້ອນວ່ານີ້ແມ່ນເວລາດຳເນີນການແຂ່ງຂັນວາງສະ ແດງ ເຊິ່ງເປັນໜຶ່ງໃນ 4 ໄລຍະຂອງລາຍການແຂ່ງຂັນທີມວັດທະນະທຳໃນຂອບເຂດ ອາມີເກມ 2021.

ໃນລາຍການແຂ່ງຂັນນີ້, ແຕ່ລະປະເທດຈະມີເຂດວາງສະແດງດ້ວຍເນື້ອທີ່ 36m2  ດ້ວຍຊື່ເອີ້ນວ່າ “ເຮືອນມິດຕະພາບ”. ຂົງເຂດນີ້ຄະນະກໍາມະການຈະຕີລາຄາ ແລະໃຫ້ຄະແນນຕາມ 10 ມາດຖານຢ່າງເຄັ່ງຄັດ, ນັບແຕ່ຄຸນນະພາບເນື້ອໃນ, ຫົວຂໍ້ວາງສະແດງຈົນຮອດການອອກແບບ, ນຳໃຊ້ເຂດວາງສະແດງເໝາະສົມ, ສື່ສິ່ງພິມ, ຮູບພາບ, ວັດຖຸພັນ...

leftcenterrightdel
ສະມາຊິກຂອງຄະນະກຳມະການປະທັບໃຈເມື່ອໄດ້ພິມພາບດົງໂຮ່. ພາບ: qdnd.vn.

ການເຄື່ອນໄຫວວາງສະແດງປີນີ້ມີຈຳນວນປະເທດເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນຈົນມາຮອດປະຈຸບັນ. ໃນຈຳນວນນັ້ນມີ 13 ປະເທດ ແລະເຂດແຄວ້ນເຂົ້າຮ່ວມ 4 ໄລຍະຂອງລາຍ ການແຂ່ງຂັນທີມວັດທະນະທຳທີ່ຄະນະກຳມະການໄດ້ໃຫ້ຄະແນນ ແລະຈັດອັນດັບ. ບັນດາສະມາຊິກຂອງຄະນະກຳມະການຈະຕີລາຄາແຕ່ 1 ຫາ 5 ຄະແນນຕໍ່ມາດຖານໜຶ່ງ. ທີມທີ່ມີຄະແນນຫຼາຍກວ່າໝູ່ສຳລັບການແຂ່ງຂັນທຸກໄລຍະຈະແມ່ນທີມຊະນະ.

ຕາມທ່ານພັນເອກ ດິງຊວນຮວ່າ, ຮອງຜູ້ອຳນວຍການຫໍພິພິທະພັນການທະຫານຫວຽດນາມ ແລ້ວ, ການເຂົ້າຮ່ວມແຂ່ງຂັນໃນລາຍການນີ້, ທີມວັດທະນະທຳຂອງກອງທັບປະຊາຊົນ ຫວຽດນາມ ໄດ້ວາງສະແດງຢູ່ເຮືອນມິດຕະພາບດ້ວຍຫົວຂໍ້ “ກອງທັບປະຊາຊົນຫວຽດ ນາມ-ມູນເຊື້ອ, ເຊື່ອມໂຍງ ແລະພັດທະນາ”, ໄດ້ແນະນໍາຮູບພາບ, ວັດຖຸພັນ 400 ຢ່າງທີ່ສ່ອງແສງໃຫ້ເຫັນກ່ຽວກັບມູນເຊື້ອ ແລະວິວັດການພັດທະນາຂອງກອງທັບປະຊາຊົນຫວຽດນາມ, ສີສັນວັດທະນະທຳຂອງຊາດຫວຽດນາມ.

ອາດເວົ້າໄດ້ວ່າ, ໃນຫຼາຍສິບຮ້ານວາງສະແດງໄດ້ແນະນຳພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ເພື່ອສ້າງຄວາມປະທັບໃຈຕໍ່ກັບຜູ້ຢ້ຽມຊົມນັ້ນບໍ່ແມ່ນເລື່ອງງ່າຍດາຍ. ແຕ່ວ່າ, ເຮືອນມິດຕະພາບຂອງທີມກອງທັບປະຊາຊົນຫວຽດນາມ ສາມາດເຮັດສິ່ງດັ່ງກ່າວນັ້ນໄດ້. ຜູ້ຊົມບໍ່ພຽງແຕ່ມັກເຂົ້າຢ້ຽມຊົມເທົ່ານັ້ນຫາກເຮືອນມິດຕະພາບຂອງກອງທັບປະຊາຊົນຫວຽດນາມ ຍັງໄດ້ຮັບການຕີລາຄາສູງຈາກຄະນະກຳມະການອີກດ້ວຍ, ພິເສດແມ່ນການວາງສະແດງຮູບພາບ, ອາຫານການກິນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ, ບັນດາ ຜະລິດຕະພັນສິລະປະຫັດຖະກຳ...

ຕອບສຳພາດຕໍ່ສື່ມວນຊົນ, ທ່ານ Nurlan Nurtazin,  ກຳມະການຂອງ ກາຊັກສະຖານ ໃຫ້ຮູ້ວ່າ ປີນີ້, ລາຍການແຂ່ງຂັນທີມວັດທະນະທຳ ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດ. ທ່ານ ຕີລາຄາວ່າ ທີມຂອງກອງທັບປະຊາຊົນຫວຽດນາມ ໄດ້ກະກຽມໃຫ້ການແຂ່ງຂັນນີ້ໄດ້ຢ່າງຖີ່ຖ້ວນ. ທ່ານ Nurlan Nurtazin ແບ່ງປັນວ່າ “ທຸກເນື້ອໃນນັບແຕ່ການຮ້ອງແພງ, ຟ້ອນ, ສະແດງດົນຕີຈົນຮອດການວາງສະແດງ, ພວກເພື່ອນລ້ວນແຕ່ໄດ້ລົງທຶນ ແລະກະກຽມຢ່າງລະມັດລະວັງ. ໄດ້ເຂົ້າຢ້ຽມຊົມເຮືອນມິດຕະພາບຂອງພວກເພື່ອນ, ສຳລັບຂ້າ ພະເຈົ້າແລ້ວ, ນັ້ນແມ່ນການເຊື່ອມຕໍ່ລະຫວ່າງຊາດຕ່າງໆນຳກັນ. ຂ້າພະເຈົ້າເອງກໍ່ຄົ້ນຄວ້າ ແລະອ່ານຂໍ້ມູນກ່ຽວກັບຫວຽດນາມ ມາຫຼາຍແລ້ວ. ພວກເພື່ອນແມ່ນຊາດທີ່ຮັກແຂກແພງຄົນ, ມີຈິດໃຈເມດຕາ, ດຸໝັ່ນຂະຫຍັນພຽນ, ເຂັ້ມແຂງ ແລະເດັດດ່ຽວທີ່ສຸດ . ຂ້າພະເຈົ້າ ເຄົາລົບນັບຖືຊາດຂອງພວກເພື່ອນຈາກໃຈຈິງ. ຂ້າພະເຈົ້າ ປະທັບໃຈທີ່ສຸດເມື່ອໄດ້ພິມພາບດົງໂຮ່ເອງ ແລະພວກເຈົ້າກໍ່ມອບໃຫ້ເອົາກັບເມືອເຮືອນ. ນີ້ແມ່ນການເຂົ້າຮ່ວມພຶດຕິກຳຕົວຈິງ ທີ່ຂ້າພະເຈົ້າມີຄວາມປະທັບໃຈ ແລະບໍ່ອາດຫຼົງລືມໄດ້.

ໂດຍ: ແສງເດືອນ