leftcenterrightdel
ຫົວໜ້າຄະນະປະຕິບັດງານ ແລະຜູ້ບັນຊາການກໍາປັ່ນ 016-ກວາງຈຸງ ອວຍພອນໜ່ວຍຍິງ ທີ່ໄດ້ປະຕິບັດທັງສອງລາຍການຍິງປືນໃຫຍ່ AK 176 ແລະຍິງ maket ໝາກມິນລອຍ ດ້ວຍປືນ 14,5mm ດີທີ່ສຸດ. ພາບ: qdnd.vn

ໃນວັນດຽວກັນ, ໜ່ວຍກໍາມະການ ກໍໄດ້ປະກາດທີມກູ້ໄພກູ້ຊີບຂອງທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ຮັບລາງວັນທີໜຶ່ງຮ່ວມກັບທີມປະເທດເຈົ້າພາບສະຫະພັນລັດເຊຍ ໃນລາຍການນໍາໃຊ້ພາຫະນະກູ້ໄພກູ້ຊີບ. ດ້ວຍການແຂ່ງຂັນທີ່ສ້າງຄວາມປະທັບໃຈຄື, ຈັງຫວະລອຍນໍ້າ, ພາຍເຮືອໄວ, ຊັດເຈນ, ທີມກູ້ໄພກູ້ຊີບຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ຮັບຄວາມຊົມເຊີຍ, ນິຍົມນັບຖືຈາກກອງເຊຍຂອງທັງທີມຫວຽດນາມ ແລະທີມຕ່າງປະເທດ. ໃນລາຍການແຂ່ງຂັນຕໍ່ສູ້ປ້ອງກັນກໍາປັ່ນ, ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ຮັບລາງວັນທີໜຶ່ງພ້ອມກັບທີມປະເທດເຈົ້າພາບສະຫະພັນລັດເຊຍ.

ນອກນັ້ນ, ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ແຂ່ງຂັນດີເດັ່ນໃນລາຍການແຂ່ງຂັນບົນທະເລ, ຄື: ຍິງປືນໃຫຍ່ AK 176, ຍິງ maket ໝາກມິນລອຍ ດ້ວຍປືນ 14,5mm  ແລະທັກສະການເດີນທະເລ. ໃນນັ້ນ, ທີມຫວຽດນາມ ຍາດໄດ້ລາງວັນທີໜຶ່ງໃນລາຍການຍິງປືນໃຫຍ່ AK 176, ຖັດຈາກນັ້ນແມ່ນທີມປະເທດເຈົ້າພາບສະຫະພັນລັດເຊຍ ໄດ້ລາງວັນທີສອງ ແລະທີມຈີນ ໄດ້ລາງວັນທີສາມ. ສອງລາຍການແຂ່ງຂັນບົນທະເລທີ່ຍັງເຫຼືອ, ທີມທະຫານເຮືອປະຊາຊົນຫວຽດນາມ ລ້ວນແຕ່ຢືນອັນດັບທີ 2 ດ້ວຍຜົນງານສູງ.

ພິທີອັດການແຂ່ງຂັນ ແລະມອບລາງວັນໃຫ້ແກ່ການແຂ່ງຂັນຊິງຂັນທະເລຢູ່ນະຄອນ Vladivostok, ສະຫະພັນລັດເຊຍ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2021 ຢູ່ທ່າເຮືອຂອງກອງກໍາປັ່ນປາຊີຟິກ ສັງກັດທະຫານເຮືອສະຫະພັນລັດເຊຍ.

ໂດຍ: ກວຽດເຕິມ