ຍຸດທະວິທີໃນແຕ່ລະໄລຍະທາງ

ເມື່ອພວກຂ້າພະເຈົ້າໄດ້ມາຮອດສະໜາມຝຶກຊ້ອມດົ່ງຢອຍ ແລະ d15 ສັງກັດໂຮງຮຽນນາຍທະຫານບົກເລກ 1, ທີມພູມີປະເທດການທະຫານພວມຝຶກແອບເນື້ອໃນ “ຍ້າຍມູມທີ່ຕັ້ງ”, ໜຶ່ງໃນ 3 ເນື້ອໃນຂອງການແຂ່ງຂັນ “ເສັ້ນແວງ” ທີ່ Army Games 2021. ທີມລວມມີ 9 ຄົນແບ່ງປັນ 3 ໜ່ວຍ, ແຕ່ລະໜ່ວຍມີ 3 ຄົນ.

leftcenterrightdel
ນັກກິລາຝຶກຂ້າມສິ່ງກີດຂວາງໃນໄລຍະຕໍ່ກຳລັງແຮງພູມີປະເທດ. ພາບ: ຈ້ອງຫາຍ.

ຢືນຢູ່ໃນທ່າມກາງແສງແດດຮ້ອນ 39-40 ອົງສາເຊ, ທ່ານຮ້ອຍເອກພິເສດ ດິງວັນຖ໊ວນ, ໜຶ່ງໃນ 9 ສະມາຊິກຂອງທີມ, ເບິ່ງເຂັມທິດຖຶືຢູ່ໃນມືເພື່ອກຳນົດ “ມູມທີ່ຕັ້ງ”. ເນື້ອໃນລາຍການແຂ່ງຂັນນີ້, ແຕ່ລະໜ່ວຍຈະໄດ້ຮັບແຕ່ລະຫົວບົດສອບເສັງ, ໃນຫົວບົດສອບເສັງຈະມີຂໍ້ມູນກ່ຽວກັບມູມທີ່ຕັ້ງ ແລະໄລຍະຫ່າງຂອງ 10-15 ເປົ້າໝາຍດ້ວຍລວງຍາວເສັ້ນທາງປະມານ 6km ທີ່ບັນດານັກກິລາຕ້ອງໄປຜ່ານ. ແຕ່ລະໜ່ວຍພຽງແຕ່ໄດ້ນຳໃຊ້ເຂັມທິດເພື່ອກຳນົດທິດເຄື່ອນທີ່ຢູ່ພູມີປະເທດຕົວຈິງ ແລະຄິດໄລ່ໄລຍະຫ່າງ. ໃນການເດີນທາງ, ບັນດານັກກິລາ ຍາມໃດກໍ່ຕ້ອງຮັກສາໄດ້ທິດເດີນ ແລະຄິດໄລ່ໄດ້ບາດກ້າວເຮັດແນວໃດເພື່ອໃຫ້ຊັດເຈນທີ່ສຸດ, ເພື່ອກຳນົດໄດ້ທັງໝົດເປົ້າໝາຍໃນເວລາສັ້ນທີ່ສຸດ.

ທ່ານພັນເອກພິເສດ ໂດ໊ງອັກແທັ່ງ, ຫົວໜ້າວິຊາພູມີປະເທດການທະຫານ, ໂຮງຮຽນນາຍທະຫານບົກເລກ 1, ຄູຝຶກຂອງທີມພູມີປະເທດການທະຫານ ແບ່ງປັນວ່າ: “ເມື່ອໄດ້ຍິນ ຕົນເອງຄິດວ່າງ່າຍດາຍ, ແຕ່ເມື່ອປະຕິບັດຢູ່ພູມສັນຖານແຕກຕ່າງກັນ, ພູມສັນຖານເຂດພູດອຍສັບສົນ, ບໍ່ຮາບພຽງ ແລະມີສິ່ງກີດຂວາງຫຼາຍຢ່າງ, ຄື ໜອງ, ອ່າງ, ຕົ້ນໄມ້... ການຮັກສາທິດໃຫ້ຖືກ, ຄິດໄລ່ໄລຍະຫ່າງໃຫ້ຖືກນັ້ນບໍ່ແມ່ນເລື່ອງງ່າຍດາຍ. ຖ້າວ່ານັກກິລາກຳນົດທິດຜິດ 1 ອົງສາຢູ່ໄລຍະຫ່າງ 500m ຄ່າຜິດດ່ຽງຈະແມ່ນ 9m. ການເຄື່ອນທີ່ໄປຮອດເປົ້າໝາຍ, ບັນດານັກກິລາໃນໜ່ວຍລ້ວນແຕ່ຕ້ອງປືກສາຫາລືຍຸດທະວິທີເພື່ອຮັບປະກັນໄປຮອດເປົ້າໝາຍໃຫ້ໄວ ແລະປອດໄພທີ່ສຸດ”.

ຂັ້ນຕອນການຄັດເລືອກຢ່າງເຄັ່ງຄັດ

ຕາມທ່ານພັນເອກພິເສດ ຮວ່າງມິງງອັກ, ຫົວໜ້າກົມແຜນທີ່, ກົມໃຫຍ່ເສນາທິການ, ໃນໄລຍະແຂ່ງຂັນການຍ້າຍມູມທີ່ຕັ້ງ, ນັກກິລາຕ້ອງນຸ່ງເສື້ອເກາະ, ອາວຸດຍຸດໂທປະກອນດ້ວຍນ້ຳໜັກເກືອບ 15kg, ເຄື່ອນຍ້າຍຢູ່ໃນໄລຍະທາງທີ່ມີລວງຍາວປະມານ 6km ໄປເຖິງບັນດາເປົ້າໝາຍ. ສ່ວນຢູ່ໄລຍະການແຂ່ງຂັນຕໍ່ກໍາລັງແຮງພູມີປະເທດ, ນັກກິລາບໍ່ພຽງແຕ່ນຸ່ງເຄື່ອງປະກອບວັດຖຸອຸປະກອນເທົ່ານັ້ນ ຫາກຍັງຕ້ອງຂ້າມສິ່ງກີດຂວາງ, ປະຕິບັດໜ້າທີ່ວິຊາສະເພາະອີກດ້ວຍ. ເພາະສະນັ້ນ, ມີພື້ນຖານກຳລັງແຮງດີແມ່ນໄດ້ຮັບການຕີລາຄາວ່າແມ່ນປັດໄຈສຳຄັນທີ່ສຸດ.

ເພື່ອເລືອກເອົາຜູ້ດີເດັ່ນໄປເຂົ້າຮ່ວມ Army Games ຄັ້ງນີ້, ການຄັດເລືອກໄດ້ດຳເນີນໄປຢ່າງເຄັ່ງຄັດ. ພາຍຫຼັງຝຶກຊ້ອມມາຫຼາຍເດືອນ, ໄດ້ຄັດເລືອກເອົາສະມາຊິກຂອງທີມມີພຽງແຕ່ 9 ຄົນ ໄປເຂົ້າຮ່ວມໄລຍະຝຶກແອບຍົກສູງ, ເພື່ອຄັດເລືອກເອົາ 6 ຄົນສຸດທ້າຍໄປເຂົ້າຮ່ວມການແຂ່ງຂັນຢູ່ສະຫະພັນລັດເຊຍ.

ບໍ່ຢ້ານຄວາມທຸກຍາກ, ລຳບາກ

ເປັນຄັ້ງທຳອິດທີ່ມີໜ້າໃນທີມພູມີປະເທດການທະຫານ, ທ່ານຮ້ອຍເອກພິເສດ ກາວຮວ່າງແອັງ, ຮອງຫົວໜ້າການທະຫານກອງຮ້ອຍ 17, ກອງພັນ 6, ໂຮງຮຽນນາຍທະຫານບົກເລກ 1, ມີຄວາມປິຕິຊົມຊື່ນ ແລະເອກອ້າງທະນົງໃຈທີ່ສຸດ. ແຕ່ລະມື້ທີ່ເຂົ້າຮ່ວມຝຶກແອບຢູ່ສະໜາມ ລາວມານະພະຍາຍາມເອົາຊະນະຕົນເອງໃຫ້ໄດ້. ຜ່ານການຝຶກແອບເປັນເວລາ 4 ເດືອນ, ເມື່ອທຽບໃສ່ຈຸດເວລາທຳອິດ, ທ່ານຮ້ອຍເອກພິເສດ ກາວຮວ່າງແອັງ ໄດ້ຮູ້ຫຼາຍເນື້ອໃນຕື່ມອີກ. ລາວ ຖືວ່າການເຂົ້າຮ່ວມທີມແມ່ນກາລະໂອກາດເພື່ອຮ່ຳຮຽນ, ເຮັດໃຫ້ຕົນເອງສົມບູນຂຶ້ນຕື່ມ ແລະກໍ່ແມ່ນກາລະໂອກາດເພື່ອປະກອບກຳລັງເຫື່ອແຮງເພື່ອປະເທດຊາດ, ເພື່ອກອງທັບ.

ຜ່ານວິວັດການຝຶກແອບຢ່າງລຳບາກແຕ່ທ່ານຮ້ອຍເອກພິເສດ ກາວຮວ່າງແອັງ, ທ່ານຮ້ອຍເອກພິເສດ ດິງວັນຖ໊ວນ ຫຼືບໍ່ວ່າສະມາຊິກຄົນໃດໃນທີມພູມີປະເທດການທະຫານກໍ່ລ້ວນແຕ່ມີຄວາມປະເອີບໃຈ, ຮັກແພງຊີວິດ, ຄ້າຍຄືວິທີທີ່ເຂົາເຈົ້າແບ່ງປັນກ່ຽວກັບຄາດໝາຍຈະມາເຖິງ: “ພວກຂ້າພະເຈົ້າ ໄດ້ກຽມພ້ອມວັດຖຸປັດໄຈເພື່ອຜ່ານຜ່າສິ່ງທ້າທາຍຢູ່ ສະຫະພັນລັດເຊຍ. ດ້ວຍຄວາມຕັດສິນໃຈ ແລະຄວາມມານະພະຍາຍາມ, ພວກຂ້າພະເຈົ້າ ປາດຖະໜາວ່າ ຈະເຂົ້າຮ່ວມການແຂ່ງຂັນຢ່າງໜ້າປະທັບໃຈ, ສ້າງຂີດໝາຍໄວ້ໃນດວງໃຈເພື່ອນມິດສາກົນ”.

ໂດຍ: ແສງເດືອນ