ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຕິນເກືອງ ຖືວ່າ, ໃນຊຸມປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ໄດ້ພັດທະນາຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ; ສະແດງຄວາມແບ່ງປັນຕໍ່ການສູນເສຍຍ້ອນໂລກລະບາດກໍ່ຂຶ້ນຕໍ່ປະຊາຊົນອິນເດຍ ແລະເຊື່ອໝັ້ນຕໍ່ມາດຕະການເປັນເຈົ້າການຂອງລັດຖະບານ, ການໜູນຊ່ວຍຢ່າງມີປະສິດທິຜົນຂອງກອງທັບອິນເດຍ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມສາກົນ, ປະຊາຊົນອິນເດຍ ຈະຜ່ານຜ່າໄລຍະ ຫຍຸ້ງຍາກໂດຍໄວ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ. ພາບ: qdnd.vn

ທ່ານເອກອັກຄະລັດຖະທູດ Pranay Verma ຊົມເຊີຍທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງຂອງທ່ານ, ທ່ານພົນໂທ ຫງວຽນເຕິນເກືອງ ຈະສືບຕໍ່ມີການປະກອບສ່ວນສຳຄັນ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອິນເດຍ ເວົ້າລວມ ແລະລະຫວ່າງກອງທັບສອງປະເທດເວົ້າສະເພາະ.

ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອິນເດຍ ໃນໄລຍະຜ່ານມາ, ທ່ານພົນໂທ ຫງວຽນເຕິນເກືອງ ແລະທ່ານເອກອັກຄະລັດຖະທູດ Pranay Verma ຖືວ່າ ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ສອງຝ່າຍຍັງ ຮັກສາການຮ່ວມມືຜ່ານການແລກປ່ຽນ,  ການພົບປະເຊິ່ງກັນ ແລະກັນໃນທຸກຂັ້ນດ້ວຍທຸກຮູບແບບ ຄືສົນທະນາທາງໂທລະສັບ, ຈັດກອງປະຊຸມ, ກອງປະຊຸມສຳມະນາທາງໄກ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດບົນພື້ນຖານຜັນຂະຫຍາຍຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ສຸມໃສ່ຂົງເຂດທະຫານເຮືອ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບສະຫະປະຊາຊາດ...

ໂດຍ: ທະນາພອນ