ເຂົ້າຮ່ວມພິທີຝ່າຍຫວຽດນາມ ມີທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ຫງວຽນວັນເລິ້ຍ, ກຳມະການສູນກາງພັກ, ເລຂາພັກແຂວງໆບິ່ງເຟືອກ; ທ່ານ ເຈິ່ນເຕ້ວຮ່ຽນ, ປະທານຄະນະກຳມະການປະຊາຊົນແຂວງບິ່ງເຟືອກ. ຝ່າຍ ກຳປູເຈຍ ມີທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ Chay Navuth, ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາ ຫວຽດນາມ.

ຂີດໝາຍປະຫວັດສາດ

ກ່ອນໜ້ານີ້ 44 ປີ, ວັນທີ 20 ມິຖຸນາ 1977, ທ່ານພັນຕີ Hun Sen, ຫົວໜ້າກອງພັນໃຫຍ່ເຂດ 21, ເຂດພາກຕາເວັນອອກກຳປູເຈຍ, (ປະຈຸບັນແມ່ນປະທານພັກປະຊາຊົນ, ນາຍົກລັດຖະມົນຕີກຳປູເຈຍ) ແລະເພື່ອນຮ່ວມກົມກອງໄດ້ຂ້າມຊາຍແດນກຳປູເຈຍ-ຫວຽດນາມ ເພື່ອຂໍຄວາມຊ່ວຍເຫຼືອຈາກຫວຽດນາມ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ, ນໍາເອົາສັນຕິພາບມາໃຫ້ປະເທດກໍາປູເຈຍ. ດ້ວຍການຊ່ວຍເຫຼືອຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ Hun Sen ແລະເພື່ອນຮ່ວມກົມກອງໄດ້ສ້າງຕັ້ງແນວໂຮມສາມັກຄີຊາດເພື່ອກອບກູ້ປະເທດກຳປູເຈຍ, ປະຈຸບັນແມ່ນແນວໂຮມສາມັກຄີພັດທະນາປະເທດກຳປູເຈຍ, ຫຼັງຈາກນັ້ນພ້ອມກັບທະຫານອາສາສະໝັກຫວຽດນາມ ບຸກໂຈມຕີໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ ໃນວັນທີ 7 ມັງກອນ 1979 ຢ່າງສົມບູນ, ກອບກູ້ເອົາຊີວິດປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດໄດ້ຫຼາຍລ້ານຄົນ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ Tea Banh ພ້ອມກັບຜູ້ແທນຕັດແຖບຜ້າເປີດນຳໃຊ້ກຸ່ມກິດຈະກຳ.  ພາບ: ແຄ໊ງເງິນ.

ເພື່ອຈົດຈຳເຫດການນີ້, ໂດຍໄດ້ຮັບການຊີ້ນຳຂອງລັດຖະບານສອງປະເທດຫວຽດນາມ ແລະກຳປູເຈຍ, ແຂວງບິ່ງເຟືອກ ເປັນກຽດໄດ້ຮັບໜ້າທີ່ກໍ່ສ້າງກຸ່ມກິດຈະກຳອະນຸສອນສະຖານເສັ້ນທາງກູ້ຊາດຂອງນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຢູ່ແຂວງບິ່ງເຟືອກ. ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 8 ພຶດສະພາ 2021, ກຸ່ມກິດຈະກຳລວມມີບັນດາກິດຈະກໍາຍ່ອຍກ່ຽວຂ້ອງເຖິງເສັ້ນທາງກູ້ຊາດຂອງທ່ານນາຍົກລັດຖະມົນຕີ Hun Sen.

ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງບິ່ງເຟືອກ ເຈິ່ນເຕ້ວຮ່ຽນ ໃຫ້ຮູ້ວ່າ ພິທີເປີດນຳໃຊ້ກຸ່ມກິດຈະກຳຍິ່ງມີຄວາມໝາຍເມື່ອໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 44 ປີແຫ່ງເຫດການນາຍົກລັດຖະມົນຕີ Hun Sen ພ້ອມກັບເພື່ອນຮ່ວມກົມກອງມາເພື່ອຊອກຫາ “ເສັ້ນທາງກ້າວໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ” ຢູ່ຫວຽດນາມ (20-6-1977 / 20-6-2021). ທ່ານ ເຈິ່ນເຕ້ວຮ່ຽນ  ຢັ້ງຢືນວ່າ “ກຸ່ມກິດຈະກຳແມ່ນຂີດໝາຍປະຫວັດສາດ, ຊ່ວຍປະຊາຊົນສອງປະເທດ, ພິເສດແມ່ນຄົນຮຸ່ນໜຸ່ມກຳປູເຈຍ, ເຂົ້າໃຈຢ່າງຈະແຈ້ງກ່ຽວກັບບຸນຄຸນຂອງຄົນຮຸ່ນກ່ອນໃນພາລະກິດແຫ່ງການຊອກຫາເສ້ັນທາງກູ້ຊາດ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດກໍ່ຄືຈິດໃຈສາກົນອັນໃສແຈ້ງຂອງພັກ, ລັດ ແລະປະຊາຊົນຫວຽດນາມ”.

ເສີມສ້າງການພົວພັນຖານບ້ານໃກ້ເຮືອນຄຽງອັນສະໜິດສະໜົມ

ຕອບສຳພາດກັບສື່ມວນຊົນຢູ່ນອກພິທີ, ທ່ານພົນໂທ ຟານວັນຢາງ ໃຫ້ຮູ້ວ່າ: ການສະຫຼອງ  ແລະເປີດນຳໃຊ້ກຸ່ມກິດຈະກຳທີ່ມີຂີດໝາຍພິເສດນີ້, ໄດ້ສະແດງໃຫ້ເຫັນການພົວພັນຖານບ້ານໃກ້ເຮືອນຄຽງອັນສະໜິດສະໜົມ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບແບບພິເສດ, ການຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຂອງສອງປະເທດເວົ້າລວມກໍ່ຄືແຂວງບິ່ງເຟືອກ ແລະບັນດາແຂວງຕິດຈອດຊາຍແດນຂອງກຳປູເຈຍ ເວົ້າສະເພາະ. ຕົວຈິງໄດ້ພິສູດໃຫ້ເຫັນວ່າ ຜ່ານການເວລາຂອງປະຫວັດສາດ ແລະການຜັນແປຂອງຍຸກສະໄໝ, ສາຍພົວພັນລະຫວ່າງສອງປະເທດນັບມື້ນັບໝັ້ນແກ່ນ, ແໜ້ນແຟ້ນ, ການນຳ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

ເພື່ອປະຕິບັດວຽກງານປົກປັກຮັກສາ, ເບິ່ງແຍງດູແລ ແລະເສີມຂະຫຍາຍຄຸນຄ່າຂອງກຸ່ມກິດຈະກຳໃຫ້ໄດ້ດີ, ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ແຂວງບິ່ງເຟືອກ, ໃນນັ້ນມີກຳລັງປະກອບອາວຸດໃນບໍລິເວນຕ້ອງເຮັດວຽກງານໂຄສະນາໃຫ້ເປັນຢ່າງດີເພື່ອໃຫ້ປະຊາຊົນສອງປະເທດທຸກຄົນເຂົ້າໃຈໄດ້ວ່ານີ້ແມ່ນບ່ອນເພື່ອຢັ້ງຢືນນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະກຳປູເຈຍ; ຢັ້ງຢືນຊາຍແດນຂອງສອງປະເທດຍາມໃດກໍ່ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ Tea Banh ພ້ອມກັບຜູ້ແທນເຂົ້າຮ່ວມພິທີ. ພາບ: ແຄ໊ງເງິນ.

ຕາງໜ້າລັດຖະບານ ແລະກອງທັບລາດຊະວົງກຳປູເຈຍ, ທ່ານພົນເອກ Tea Banh ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງເຖິງພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ເວົ້າລວມ, ແຂວງບິ່ງເຟືອກ ເວົ້າສະເພາະທີ່ໄດ້ກໍ່ສ້າງກຸ່ມກິດຈະກຳທີ່ມີຄວາມໝາຍປະຫວັດສາດສຳຄັນຖືກຕາມຄວາມຄືບໜ້າ, ບັນລຸຄຸນນະພາບຕາມການອອກແບບ, ໂດຍສະເພາະແມ່ນໃນສະພາບພະຍາດໂຄວິດ-19. ກຸ່ມກິດຈະກໍາແມ່ນພະຍານຫຼັກຖານກ່ຽວກັບການຊ່ວຍເຫຼືອຢ່າງຈິງໃຈ, ໃສແຈ້ງ, ສຸດຈິດສຸດໃຈຂອງກອງທັບ ແລະປະຊາຊົນຫວຽດນາມ ທີ່ໄດ້ຊ່ວຍປະເທດກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດປອນປົດ. ທ່ານພົນເອກ Tea Banh ແບ່ງປັນວ່າ “ຂ້າພະເຈົ້າ ປາດຖະໜາວ່າ ຄົນຮຸ່ນໜຸ່ມຫວຽດນາມ ແລະກຳປູເຈຍ ຈະເຂົ້າໃຈຢ່າງຈະແຈ້ງກ່ຽວກັບປະຫວັດສາດຂອງສອງຊາດກວ່າອີກ, ພ້ອມທັງກໍ່ສ້າງ ແລະເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຂອງສອງປະເທດໃຫ້ນັບມື້ນັບພັດທະນາແບບຍືນຍົງ”.

ພາຍຫຼັງພິທີເປີດນຳໃຊ້ກຸ່ມກິດຈະກຳດັ່ງກ່າວຢູ່ແຂວງບິ່ງເຟືອກ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນເອກ Tea Banh ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 44 ປີແຫ່ງ “ເສັ້ນທາງກ້າວໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ” ຂອງທ່ານນາຍົກລັດຖະມົນຕີ Hun Sen ຢູ່ແຂວງ Tbong Khmum, ກໍາປູເຈຍ. ທີ່ພິທີ, ທ່ານພົນເອກ Tea Banh ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດທີ່ສຸດຕໍ່ກັບປະຊາຊົນກຳປູເຈຍ, ຢັ້ງຢືນວ່າ ກອງທັບ ແລະປະຊາຊົນຫວຽດນາມ ຍອມເສຍເລືອດເນື້ອເພື່ອກູ້ຊ່ວຍປະຊາຊົນ ແລະປະເທດກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ.

ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ເລື່ອງທ່ານນາຍົກລັດຖະມົນຕີ Hun Sen ຕັດສິນມາຊອກຫາເສັ້ນທາງປົດປ່ອຍກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດປອນປົດຢູ່ຫວຽດນາມ ກ່ອນນີ້ 44 ປີໄດ້ຊ່ວຍໃຫ້ປະຊາຊົນ ແລະປະເທດກໍາປູເຈຍ ກ້າວສູ່ໜ້າປະຫວັດສາດໃໝ່, ຍາດເອົາເອກະລາດຢ່າງສົມບູນເພື່ອສ້າງຊີວິດໃຫ້ອີ່ມໜຳສຳລານ, ສັນຕິພາບ, ສະຖຽນລະພາບ ແລະພັດທະນາຄືໃນປະຈຸບັນ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ “ປະຊາຊົນກຳປູເຈຍ ເວົ້າວ່າທະຫານຫວຽດນາມ ແມ່ນທະຫານແຫ່ງເທບພະເຈົ້າ, ໄດ້ນຳເອົາຊີວິດທີ່ອີ່ມໜຳສຳລານມາໃຫ້ກຳປູເຈຍ. ພາຍຫຼັງສຳເລັດໜ້າທີ່ຂອງຕົນ, ພວກຂ້າພະເຈົ້າໄດ້ມອບທີ່ດິນປະເທດກຳປູເຈຍທັງໝົດຄືນໃຫ້ອຳນາດປົກຄອງຂອງປະຊາຊົນກໍາປູເຈຍ ເຊິ່ງປະຈຸບັນທ່ານນາຍົກລັດຖະມົນຕີ Hun Sen  ແມ່ນຜູ້ນຳໜ້າລັດຖະບານ, ໄດ້ກໍ່ສ້າງປະເທດກຳປູເຈຍ ໃຫ້ວັດທະນາຖາວອນ, ມີຄວາມຜາສຸກ”.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ຕັດແຖບຜ້າເປີດສະຫຼອງບາງກິດຈະກຳຍ່ອຍ, ພ້ອມທັງກົດປຸ່ມວາງສີລາລຶກກໍ່ສ້າງເຮືອນມິດຕະພາບຫວຽດນາມ-ກໍາປູເຈຍ ທີ່ມີມູນຄ່າກວ່າ 1,1 ລ້ານໂດລາສະຫະລັດ ໂດຍຫວຽດນາມ ໜູນຊ່ວຍ.

ໂດຍ: ແສງເພັດ