ເຂົ້າຮ່ວມການພົບປະຍັງມີລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi. ຄະນະຫວຽດນາມ ນໍາໂດຍທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ເຂົ້າຮ່ວມການພົບປະ. ພາບ: ຮວ່າງຫວູ.

ທີ່ການພົບປະ, ບັນດາຜູ້ແທນໄດ້ທົບທວນຄືນຜົນງານ ແລະບົດຮຽນຜົນສຳເລັດຂອງການຮ່ວມມືດ້ານປ້ອງກັນຊາດອາຊຽນ-ຈີນ; ສະເໜີເນື້ອໃນຮ່ວມມືດ້ານປ້ອງກັນຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືອາຊຽນ-ຈີນ, ພ້ອມທັງແລກປ່ຽນທັດສະນະກ່ຽວກັບສະພາບການສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ບັນຍາກາດທີ່ການພົບປະທີ່ຈັດຕັ້ງຜ່ານລະບົບທາງໄກ. ພາບ: ຮວ່າງຫວູ.

ກ່າວຄຳເຫັນທີ່ການພົບປະ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືອາຊຽນ-ຈີນ ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ; ຕີລາຄາສູງບົດບາດຂອງຈີນ ແລະການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະຫວ່າງອາຊຽນ ກັບຈີນ ໃນໄລຍະຜ່ານມາ, ພິເສດແມ່ນໃນຂອບເຂດ ADMM+ ແລະເວທີປາໄສພາກພື້ນອາຊຽນ (ARF); ສະແດງໃຫ້ເຫັນການສະໜັບສະໜູນຂໍ້ສະເໜີຕ່າງໆຂອງຈີນ ມຸ່ງໄປເຖິງການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ໂດຍລະອຽດແມ່ນການພົບປະແລກປ່ຽນນາຍທະຫານໜຸ່ມ, ນາຍທະຫານຊັ້ນກາງ ແລະການພົບປະແລກປ່ຽນລະຫວ່າງບັນດາສະຖາບັນຄົ້ນຄວ້າດ້ານປ້ອງກັນຊາດອາຊຽນ-ຈີນ; ສະໜັບສະໜູນການສ້າງໂທລະສັບສາຍດ່ວນລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ ແລະຈີນ ບົນພື້ນຖານໂຄງລ່າງຕິດຕໍ່ພົວພັນໂດຍກົງອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີບັນດາຝ່າຍຕ້ອງສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ໂດຍສະເພາະແມ່ນຮັບຮອງເອົາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈບໍ່ໃຫ້ເກີດການກະທຳ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ໂດຍ: ສົມເພັດ